• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເທື່ອ​ທຽນ -ເຫ້ວ: ອັດ​ສັບ​ປະ​ດາ Festival ສິ​ລະ​ປະ​ສາ​ກົນ​ເຫ້ວ 2024

ການເຕົ້າໂຮມຂອງບັນດາພື້ນຖານວັດທະນະທຳຢູ່ສັບປະດາ Festival ສິລະປະສາກົນເຫ້ວ 2024 ດ້ວຍຈຸດທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ ໃນການພົວພັນແລກປ່ຽນ, ຄວາມສາມັກຄີເຊື່ອມໂຍງ ແລະ ພັດທະນາ.
ການຍິງບັ້ງໄຟດອກ ຢູ່ພິທີອັດ ສັບປະດາ Festival ສິລະປະສາກົນເຫ້ວ 2024 (ພາບ: thuathienhue.gov.vn)

ຕອນຄ່ຳວັນທີ 12 ມິຖຸນາ, ຢູ່ວັງ ກຽນຈຸງ ພາຍໃນພາລະຊາວັງເຫ້ວ, ນະຄອນເຫ້ວ, ໄດ້ຈັດພິທີອັດສັບປະດາ Festival ສິລະປະສາກົນເຫ້ວ 2024. ທີ່ພິທີອັດ, ທ່ານ ຟານແທັງບິ່ງ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າສັບປະດາ Festival ສິລະປະສາກົນເຫ້ວ 2024ໄດ້ເຕົ້າໂຮມສິ່ງຢອດຢ້ຽມຂອງກ່ວາ 300 ຫົວໜ່ວຍສະແດງສິລະປະທີ່ມາຈາກບັນດາເຂດພາກຂອງ ຫວຽດນາມ ແລະ 7 ປະເທດໃນໂກລ. ບັນດານັກສິລະປິນ, ນັກສະແດງ ໄດ້ນຳມາໃຫ້ຜູ້ຊົມນັບສິບລາຍການສະແດງສິລະປະພ້ອມກັບບັນດາການເຄື່ອນໄຫວ, ສ້າງບັນຍາກາດທີ່ຟົດຟື້ນມ່ວນຊືນຂອງງານບຸນ. ການເຕົ້າໂຮມຂອງບັນດາພື້ນຖານວັດທະນະທຳຢູ່ສັບປະດາ Festival ສິລະປະສາກົນເຫ້ວ 2024 ດ້ວຍຈຸດທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ ໃນການພົວພັນແລກປ່ຽນ, ຄວາມສາມັກຄີເຊື່ອມໂຍງ ແລະ ພັດທະນາ, ໄດ້ນຳພະລັງຊີວິດໃໝ່ມາໃຫ້ກຸງເກົ່າເຫ້ວ. ທ່ານ ຫງວຽນແທັງບິ່ງ ເນັ້ນໜັກວ່າ:

ລາຍການສະແດງສິລະປະ ດ້ວຍຫົວຂໍ້ “ກັບເມືອເຫ້ວ ເຂົ້າຮ່ວມ  Festival” ໄດ້ອັດສັບປະດາ Festival ສະແດງສິລະປະສາກົນ ເຫ້ວ 2024 ເພື່ອໃຫ້ພວກເຮົາເລີ່ມຕົ້ນບັນດາເຫດການສະແດງສິລະປະໃນວັນບຸນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ, ສະແດງໃຫ້ເຫັນຈິດໃຈລຸ້ລ່ວງ ແລະ ຕະຫຼອດຂອງ Festival ເຫ້ວ 2024. ນີ້ກໍ່ແມ່ນຄຳຂອບໃຈ ມອບສຳລັບເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກທີ່ ໄດ້ມາຢາມ ກຸງເກົ່າ ເຫ້ວ ເພື່ອເຊື່ອມຕົວເຂົ້າກັບບັນຍາກາດຂອງສັບປະດາ Festival ເຫ້ວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top