• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເທື່ອທຽນ-ເຫ້ວ ຍູ້ແຮງການຮ່ວມມືກັບແຂວງ ສະຫວັນນະເຂດຂອງ ສປປ ລາວ

ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.
  ການເຮັດວຽກລະຫວ່າງສອງຝ່າຍທີ່ແຂວງ ເທື່ອທຽນເຫ້ວ  

ຕອນບ່າຍວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງແຂວງ ສະຫວັນນະເຂດ, ສປປ ລາວ ນຳໂດຍທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ-ເຫ້ວ. ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.

ທ່ານເລເຈື່ອງລືວ, ເລຂາພັກແຂວງ ເທື່ອທຽນ-ເຫ້ວ ສະເໜີວ່າ ໄລຍະຈະມາເຖິງ, ສອງແຂວງຄວນສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບດ້ານການເມືອງ, ການທູດ; ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນພັດທະນາບັນດາຂົງເຂດທີ່ເປັນທ່າແຮງຂອງສອງທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງແຂວງ ເທື່ອທຽນ - ເຫ້ວ ແລະ ສະຫວັນນະເຂດ ເວົ້າສະເພາະ ແລະ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ.

(ແຫຼ່ງຄັດຈາກ VOV)


Top