ຂ່າວສານ
ເຊື່ອມຕໍ່ການຄ້າກະສິກຳ, ປ່າໄມ້ ແລະ ສິນໃນນຳ້ລະຫວ່າງ ຮ່າໂນ້ຍ ແລະ ແຂວງ ເງ້ອານ, ນິງບິ່ງ ແລະ ເລີມດົ່ງ
ການນຳສາຂາຄຸ້ມຄອງຄຸນນະພາບ, ປຸງແຕ່ງ ແລະ ພັດທະນາການຕະຫຼາດ ຮ່າໂນ້ຍ ກ່າວຄຳເຫັນທີ່ກອງປະຊຸມ.
ການນຳສາຂາຄຸ້ມຄອງຄຸນນະພາບ, ປຸງແຕ່ງ ແລະ ພັດທະນາການຕະຫຼາດ ເງ້ອານ ໄດ້ແນະນຳກ່ຽວກັບທ່າແຮງ, ຄວາມສາມາດບົ່ມຊ້ອນ ແລະ ຄວາມຮຽກຮ້ອງຕ້ອງການເຊື່ອມຕໍ່ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ຂອງແຂວງ.
ເຂົ້າຮ່ວມກອງປະຊຸມມີ ມີບັນດາການນຳບັນດາສາຂາຄຸ້ມຄອງຄຸນນະພາບ, ປຸງແຕ່ງ ແລະ ພັດທະນາການຕະຫຼາດຂອງບັນດາແຂວງ, ນະຄອນຄື: ເລີມດົ່ງ, ນິງບິ່ງ, ຮ່າໂນ້ຍ; ຫົວໜ້າສາຂາຄຸ້ມຄອງຄຸນນະພາບຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ ແຂວງ ເງ້ອານ; ພ້ອມກັບວິສາຫະກິດ 30 ກວ່າແຫ່ງຜະລິດ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ທີ່ມາຈາກ 4 ທ້ອງຖິ່ນ.
ກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແຈ້ງ ແລະ ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດ, ສະຫະກອນ, ຊາວກະສິກອນ ເຊື່ອມຕໍ່ການຜະລິດ ແລະ ການບໍລິໂພກຜະລິດຕະພັນກະເສດ; ຊຸກຍູ້ການພັດທະນາຕ່ອງໂສ້ຜະລິດຕະພັນກະສິກຳແບບຍືນຍົງ, ເພີ່ມມູນຄ່າຜະລິດຕະພັນ ແລະ ລາຍຮັບໃຫ້ຊາວກະສິກອນ; ຍູ້ແຮງການຄ້າກະສິກຳລະຫວ່າງ ຮ່າໂນ້ຍ ກັບ 3 ທ້ອງຖິ່ນ ແລະ ເຊື່ອມຕໍ່ບັນດາຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ຂອງແຂວງ ເງ້ອານ, ນິງບິ່ງ, ເລີມດົ່ງ ແລະ ຕະຫຼາດ ຮ່າໂນ້ຍ. ຈາກນັ້ນ, ຍົກສູງຄວາມຮັບຮູ້ຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້ກ່ຽວກັບຜະລິດຕະພັນກະສິກຳທີ່ສະອາດ ແລະ ປອດໄພ.
ບົດ ແລະ ພາບ: ຫວຽດເກື່ອງ/VNP












