• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີນລາ ຈັດວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງເປັນຄັ້ງທຳອິດ

Techfest Son La ລວມມີການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວເຊື່ອມຕໍ່; ສົນທະນາແບບລົງເລິກລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ນັກຊ່ຽວຊານ ແລະ ວິສາຫະກິດກ່ຽວກັບການກຳນົດທິດພັດທະນາ ເພື່ອແກ້ໄຂບັນຫາສົ້ນອອກສິນຄ້າກະເສດ ແລະ ກຳລັງຄວາມສາມາດແກ້ງແຍ້ງ, ເປັນເຈົ້າການສົ້ນເຂົ້າ.
  ພິທີໄຂ Techfest Son La (ພາບ: qdnd.vn)  

ວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງຄັ້ງທຳອິດ ປີ 2022 ຂອງແຂວງເຊີນລາ (Techfest Son La) ດ້ວຍຫົວຂໍ້ “ການບຸກທະລຸໃນທ່າມກາງພູຜາປ່າໄມ້” ເຊິ່ງດຳເນີນໃນເວລາສອຄື: ວັນ ແຕ່ວັນທີ 04 – 05 ມິຖຸນາ. ເຫດການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ກຳນົດທິດຊຸກຍູ້ການສ້າງລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງ ແລະ Startup ຕິດພັນກັບການຂຸດຄົ້ນທ່າແຮງຂອງທ້ອງຖິ່ນ.

Techfest Son La ລວມມີການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວເຊື່ອມຕໍ່; ສົນທະນາແບບລົງເລິກລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ນັກຊ່ຽວຊານ ແລະ ວິສາຫະກິດກ່ຽວກັບການກຳນົດທິດພັດທະນາ ເພື່ອແກ້ໄຂບັນຫາສົ້ນອອກສິນຄ້າກະເສດ ແລະ ກຳລັງຄວາມສາມາດແກ້ງແຍ້ງ, ເປັນເຈົ້າການສົ້ນເຂົ້າ. Techfest Son La ຍັງແມ່ນໂອກາດເພື່ອແນະນຳ, ໂຄສະນາບັນດາຜະລິດຕະພັນ Startup, ຜະລິດຕະພັນ OCOP ແລະ ຜະລິດຕະພັນທີ່ພົ້ນເດັ່ນຂອງແຂວງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top