• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູມໍລະດົກວັດທະນະທຳຫຼາຍສີສັນຂອງບັນດາຊົນເຜົ່າອ້າຍນ້ອງດຳລົງຊີວິດໃນສາຍພູຫຼວງ

      ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ມີເນື້ອໃນຕ່າງໆຄື: ສິລະປະມະຫາຊົນ, ສະແດງແຟຊັນ, ສະແດງອາຊີບຫັດຖະກຳ...

ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູພຽງແຂວງ ກວາງນາມ ຄັ້ງທີ 19 ປີ 2018
ແມ່ນເຫດການວັດທະນະທຳ, ກິລາທີ່ດີເດັ່ນຢູ່ເຂດພູດອຍ
      ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ເມືອງນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ຈັດຕັ້ງພິທີໄຂ ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍຄັ້ງທີ 19 ປີ 2018 ດ້ວຍການເຂົ້າຮ່ວມຂອງນັກກິລາເຊິ່ງເປັນພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍກ່ວາ 2.000 ຄົນທີ່ມາຈາກບັນດາເມືອງເຂດພູດອຍໃນບໍລິເວນແຂວງ. ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ມີເນື້ອໃນຕ່າງໆຄື: ສິລະປະມະຫາຊົນ, ສະແດງແຟຊັນ, ສະແດງອາຊີບຫັດຖະກຳ, ບັນດາເຄື່ອງດົນຕີ… ນອກຈາກຍັງມີການແຂ່ງຂັນກິລາປະເພດຕ່າງໆຄື: ບານເຕະ, ບານສົ່ງ, ດຶງເຊືອກ, ຍູ້ໄມ້…
        ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ແມ່ນເຫດການວັດທະນະທຳ, ກິລາທີ່ດີເດັ່ນຢູ່ເຂດພູດອຍ, ແມ່ນໂອກາດເພື່ອເຕົ້າໂຮມ, ພົວພັນແລກປ່ຽນບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ປະກອບສ່ວນໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາທ້ອງຖິ່ນເຂດພູດອຍເຖິງແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)
 

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top