• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູບັນດາການອຸທິດສ່ວນອັນໃຫຍ່ຫລວງຂອງນັກກະວີຍິ່ງໃຫຍ່ ຫງວຽນຢູ

      ນັກກະວີຍິ່ງໃຫຍ່ຂອງຊາດ, ນັກວັດທະນະທຳມີຊື່ສຽງໂດ່ງດັງ ຫງວຽນຢູ ຜູ້ທີ່ໄດ້ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ສາງວັດທະນະທຳຂອງປະເທດຊາດ 

ລາຍການສະແດງສິລະປະທີ່ພິທີສະເຫລີມສະຫລອງ
ພາບ:vietnam+
      ຕອນຄ່ຳວັນທີ 26 ກັນຍາ ຢູ່ ສູນວັດທະນະທຳຮູບເງົາແຂວງ ຮ່າຕິ້ງ ໄດ້ດຳເນີນພິທີສະເຫລີມສະຫລອງ 225 ປີແຫ່ງວັນຄ້າຍວັນເກີດ (1765-2020), ແລະ ລະນຶກ 200 ປີ (1820-2020) ແຫ່ງວັນເຖິງແກ່ມໍລະນະກຳຂອງນັກກະວີຍິ່ງໃຫຍ່ ຫງວຽນຢູ. ເຂົ້າຮ່ວມພິທີ ມີທ່ານ ຫວໍວັນເຖຶອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ການນຳບາງກະຊວງ ຂະແຫນງການສູນກາງ, ບັນດາແຂວງ ນະຄອນ ຮ່າຕິ້ງ ເງ້ອານ ຮ່າຢາງ ຮ່າໂນ້ຍ ບັກນີງ ແລະ ບັນດານັກວິທະຍາສາດ ນັກຄົ້ນຄ້ວາ ຜູ້ຕາງຫນ້າຕະກຸນ ຫງວຽນຕຽນດ່ຽນ ແລະ ຕະກຸນ ຫງວຽນ ເມືອງ ງີຊວນ ພ້ອມດ້ວຍປະຊາຊົນ ຮ່າຕິ້ງ ເປັນຈຳນວນຫລວງຫລາຍ.
            ນັກກະວີຍິ່ງໃຫຍ່ຂອງຊາດ, ນັກວັດທະນະທຳມີຊື່ສຽງໂດ່ງດັງ ຫງວຽນຢູ ຜູ້ທີ່ໄດ້ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ສາງວັດທະນະທຳຂອງປະເທດຊາດ ພົ້ນເດັ່ນແມ່ນບົດປະພັນ ເລື່ອງກ່ຽວ. ທີ່ພິທີສະເຫລີມສະຫລອງ ໄດ້ດຳເນີນລາຍການສະແດງສິລະປະທີ່ເປັນເອກະລັກ ໂດຍໄດ້ວາດພາບໃຫ້ເຫັນຊີວິດ ແລະ ພາລະກິດຂອງນັກກະວີ ຫງວຽນຢູ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top