• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າໜ້າທີ່ອາວຸໂສ ອາຊຽນໂຮມປະຊຸມຈັດກຽມ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ 37

      ຕອນເຊົ້າວັນທີ 9 ພະຈິກ, ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມໄດ້ເປັນປະທານໂຮມປະຊຸມຈັດກຽມ ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ - SOM ອາຊຽນ 37 ຕາມຮູບການທາງອອນລາຍ.

ກອງປະຊຸມຈັດກຽມກອງປະຊຸມເຈົ້າໜ້າທີ່ອາວຸໂສ - SOM ອາຊຽນ 37 ຕາມຮູບການທາງອອນລາຍ
(ພາບ: TTXVN) 
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ໄດ້ຢັ້ງຢືນວ່າ ຕໍ່ໜ້າບັນດາສິ່ງທ້າທາຍ ຢ່າງໃຫຍ່ຫຼວງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນພາກພື້ນ ແລະ ໂລກ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອາຊຽນຍັງຄົງມີການເຄື່ອນໄຫວ ແລະ ເຮັດວຽກຢ່າງຕັ້ງໜ້າບົນຈິດໃຈສາມັກຄີ, ມີຄວາມຮັບຜິດຊອບ ກັບທິດນຳທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ໃນນັ້ນ, ພາຍໃຕ້ບົດບາດເປັນປະທານອາຊຽນ ຂອງ ຫວຽດນາມ, ບັນດາປະເທດໄດ້ສຸມໃສ່ເຂົ້າບັນດາເນື້ອໃນຈຸດສຸມຄື ສືບຕໍ່ສ້າງປະຊາຄົມ, ຮ່ວມມືຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການພົວພັນລະຫວ່ງ ອາຊຽນ ແລະ ບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ.
            ແລະກໍ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສຳຄັນຂອງ ພາກພື້ນ ແລະ ທົ່ວໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນດາຂໍ້ລິເລີ່ມໃນການຮ່ວມມືປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ສະພາບການໂລກໃນໄລຍະຫຼັງໂລກລະບາດ ໂຄວິດ - 19 ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top