• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າໜ້າທີ່ປະເທດຕ່າງໆຕຳນິຕິຕຽນການເຄື່ອນໄຫວ ດ້ານການທະຫານຢູ່ທະເລຕາເວັນອອກ ຂອງຈີນ

ພົນ​ເຮືອ​ເອກ Harry Harris
(ພາບ: AFP/TTXVN)
       ວັນ​ທີ 25/2, ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ບັນດາ​ຄຳ​ເຫັນ​ຕຳ​ນິຕິ​ຕຽນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ຈີນ​ ຢູ່ ທະ​ເລ​ຕາ​ເວ​ັນອອກ, ​ໃນ​ສະພາບຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ເຂດທະ​ເລ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ທຳນຽບ 5 ​ແຈ, ຜູ້​ບັນຊາ​ກອງ​ບັນຊາ​ການ​ກຳລັງ​ພາກ​ພື້ນປາຊີ​ຟິກຂອງ ທະຫານ​ເຮືອ ອາ​ເມ​ລິ​ກາ, ພົນ​ເຮືອ​ເອກ Harry Harris ຖື​ວ່າ: ຈີນ ພວມ​ຊອກ​ຫາ​ວິທີ​ຍາດ​​ເອົາສິດ​ຄວບ​ຄຸມ “​ໃນ​ຕົວ​ຈິງ” ສຳລັບ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ Harris ​ແລ້ວ, ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ ພວມ​ຊອກ​ວິທີ​ຍາດ​ທີ່​ຕັ້ງ​ບົດບາດ​ເປັນ​ປະ​ເທດ​ມະຫາ​ອຳ​ນາດດ້ານ​ການ​ທະຫານ​ໃນ​ພາກ​ພື້ນ. ທ່ານກ່າວ​​ເຕືອນ​ວ່າ “ຖ້າ​ຫາກ​ຈີນ ສືບ​ຕໍ່​ປະກອບ​ອາວຸດ​ຢູ່​ເກາະ​ຕ່າງໆ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ຖົມ​ດິນ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີ​ນ ຈະ​ປ່ຽນ​ແປງ​ສະພາບ​ແວດ​ລ້ອມ​ການ​ເຄື່ອນ​ໄຫວ​ຢູ່​​ເຂດ​ນີ້…”.
        ວັນ​ທີ 26/2, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ຂອງ ຍີ່ປຸ່ນ, ອົດ​ສະ​ຕາ​ລີ ​ແລະ ອິນ​​ເດຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ກົດໝາຍ​ຢູ່ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​​ແບ່ງ​ປັນ “ຄວາມ​ວິຕົກ​ວັງ​ວົນຢ່າງ​ເລິກ​ເຊິ່ງ”  ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ໃນ​ສະພາບ​ການ ຈີນ ນັບ​ມື້​ນັບ​ເພີ່​ມທະວີ​ບັນດາ​ການ​ເຄື່ອນ​ໄຫວຂອງ​ຕົນທະ​ເລ.
(​ແຫຼ່ງຄັດ​ຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top