• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງິນ​ລົງ​ທຶນ FDI ຈຳ​ນວນ 18 ຕື້ USD ໄດ້ຈົດ​ທະ​ບຽນ​ເຂົ້າ ຫວຽດ​ນາມ ພາຍ​ໃນ 7 ເດືອນ​ຕົ້ນ​ປີ

ຕາມຕົວເລກຫຼ້າສຸດຂອງກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), 7 ເດືອນຜ່ານມາ ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຈົດທະບຽບເຂົ້າ ຫວຽດນາມ, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ສຳລັບການປ່ອຍທຶນ FDI ກໍບັນລຸ 12,5 ຕື້ ກວ່າ USD, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ໄລຍະດຽວກັນ.
ລະບົບຜະລິດຂອງວິສາຫະກິດມີທຶນ FDI ແຫ່ງໜຶ່ງ (ພາບ: TTXVN)

ກ່ຽວກັບຂົງເຂດລົງທຶນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງນຳໜ້າ, ດ້ວຍຍອດເງິນລົງທຶນບັນລຸ 12,65 ຕື້ ກວ່າUSD. ຂະແໜງດຳເນີນທຸລະກິດອະສັງຫາລິມະຊັບຢືນອັນດັບທີ 2; ຖັດຈາກນັ້ນແມ່ນຂະແໜງ: ຂາຍສົ່ງຂາຍຍ່ອຍ; ການເຄື່ອນໄຫວດ້ານວິຊາການ, ວິທະຍາສາດເຕັກໂນໂລຢີ; ....ແລະ ຂະແໜງອື່ນໆ.

ກ່ຽວກັບຄູ່ຮ່ວມມືລົງທຶນ, ສິງກະໂປ ນຳໜ້າ, ກວມເອົາກວ່າ ¼ ຍອດເງິນລົງທຶນເຂົ້າ ຫວຽດນາມ. ຖັດມາແມ່ນ ຮົ່ງກົງ (ຈີນ), ຍີ່ປຸ່ນ, ຈີນ, ສ.ເກົາຫຼີ... ພິເສດ, ເປັນຄັ້ງທຳອິດ, ກີກິດສະຖານ ໄດ້ຈົດທະບຽນລົງທຶນໃໝ່. ເປັນອັນວ່າ, ໄລ່ຮອດປັດຈຸບັນ ມີ 147 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າ ຫວຽດນາມ.

ໄລ່ຕາມບໍລິເວນລົງທຶນນັ້ນ, ບັກນິງ ແມ່ນແຂວງນຳໜ້າ ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 3,3 ຕື້ USD. ຖັດຈາກນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ; ບ່າເຣ້ຍ - ຫວູງເຕົາ; ຮ່າໂນ້ຍ, ຫາຍຟ່ອງ...

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top