• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າຮ່ວມ EVFTA, ວິສາຫະກິດຫວຽດນາມມີຄວາມວິຕົກກັງວົນຕໍ່ຮົ້ວກີດຂວາງດ້ານເຕັກນິກເມື່ອສົ່ງອອກໄປຍັງອີຢູ

      ຫວຽດນາມ ພວມຢືນອັນດັບ 27 ປະເທດໃນໂລກກ່ຽວກັບວົງເງິນສົ່ງອອກໃຫຍ່; ຍືນອັນດັບທີ 15 ກ່ຽວກັບຂອບເຂດຜະລິດຕະພັນສົ່ງອອກ.

ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ
(ພາບ: viettimes.vn)
      ຕອນເຊົ້າວັນທີ 21 ສິງຫາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດກອງປະຊຸມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບັນດາຄຳໝັ້ນສັນຍາສຳຄັນໃນຂົງເຂດກະສິກຳ ແລະ ບັນດາສິ່ງທີ່ຄວນເອົາໃຈໃສ່.
        ຕາມທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ຫວຽດນາມ ພວມຢືນອັນດັບ 27 ປະເທດໃນໂລກກ່ຽວກັບວົງເງິນສົ່ງອອກໃຫຍ່; ຍືນອັນດັບທີ 15 ກ່ຽວກັບຂອບເຂດຜະລິດຕະພັນສົ່ງອອກ. ເລື່ອງລົງນາມໃນສັນຍາ EVTFA ຈະສ້າງທ່າສະດວກຫຼາຍຢ່າງໃນການສົ່ງອອກໃຫ້ແກ່ຫວຽດນາມ.
        ສຳລັບວິສາຫະກິດ, ບັນຫາທີ່ເປັນໜ້າວິຕົກກັງວົນທີ່ສຸດເມື່ອເຂົ້າຮ່ວມ EVFTA ນັ້ນແມ່ນບັນດາຮົ້ວກີດຂວາງດ້ານເຕັກນິກ ເມື່ອສົ່ງສິນຄ້າໄປຍັງຕະຫຼາດຂອງບັນດາປະເທດອີຢູ, ໂດຍສະເພາະແມ່ນບັນດາຜະລິດຕະພັນກະສິກຳ. ບັນດາວິສາຫະກິດຢາກໄດ້ຮັບການໜູນຊ່ວຍຈາກບັນດາອົງການສະເພາະກ່ຽວກັບບັນຫາດັ່ງກ່າວ. ທ່ານ ໂດ້ຮ່ານາມ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ INTIMEX, ສະເໜີວ່າ.
        “ອົງການກັກກັນພະຍາດພຶກສາຊາດຕ້ອງຍົກອອກບັນຊີລາຍຊື່ບັນດາທາດເຄມີໃດທີ່ອະນຸຍາດໃຫ້ນຳໃຊ້ໃນການຜະລິດກະສິກຳໃນປະຈຸບັນ. ພວກເຮົາຕ້ອງມີມາດຕະການສະກັດກັ້ນການນຳເຂົ້າເຖື່ອນບັນດາທາດເຄມີທີ່ບໍ່ຮັບປະກັນຄາມປອດໄພດ້ານສະບຽງອາຫານ. ໃນໄລຍະຈະມາເຖິງ ເອີລົບ ຈະສືບຕໍ່ຫ້າມທາດເຄມີບາງຊະນິດ ພວກເຮົາຕ້ອງມີມາດຕະການສະກັດກັ້ນ, ຖ້າບໍ່ເຮັດຄືແນວນັ້ນ ບັນດາຜະລິດຕະພັນກະສິກຳຂອງພວກເຮົາທີ່ສົ່ງອອກຈະຖືກສົ່ງກັບຄືນ ແລະ ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top