ຂ່າວສານ
ເຂດ ກາຊາ ປະເຊີນໜ້າກັບອະນາຄົດຍາກທີ່ຈະຄາດຄະເນໄດ້ ພາຍຫຼັງແຜນການຢຶດຄອງຂອງ ອາເມລິກາ
ວັນທີ 5 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ປະຊາຄົມໂລກສັ່ນສະເທືອນ ຂະນະທີ່ໄດ້ຖະແຫຼງວ່າ ປະເທດ ອາເມລິກາ ຈະປົກຄອງ ແລະ ກຳມະສິດເຂດກາຊາ. ການກະທຳໃໝ່ນີ້ ມີໄພເຮັດໃຫ້ສະພາບການຢູ່ເຂດກາຊາ ສັບສົນຂຶ້ນຕື່ມ, ໃນສະພາບການທີ່ການປະທະກັນຢ່າງຂ້ຽວຂາດທີ່ແກ່ຍາວໃນເວລາກ່ວາ 16 ເດືອນທີ່ຜ່ານມາຢູ່ເຂດດິນແດນແຫ່ງນີ້ ຍັງບໍ່ທັນມີມາດຕະການທີ່ຍືນຍົງ.
ຖະແຫຼງການກໍ່ການໂຕ້ຖຽງກັນ
ຕາມຄຳຖະແຫຼງໂດຍທ່ານ Donald Trump ຍົກອອກມາ ແລະ ບັນດາເຈົ້າໜ້າທີ່ການທູດ ອາເມລິກາ ອະທິບາຍຢ່າງຈະແຈ້ງກວ່າຫຼັງຈາກນັ້ນ, ແຜນການ ອາເມລິກາ ຈະຢຶດຄອງເຂດກາຊາ ໄດ້ເລີ່ມມາຈາກ “ເຈດຕະນາດີ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຂະນະທີ່ຢາກໜູນຊ່ວຍວິວັດທະນາການສ້າງສາເຂດດິນແດນທີ່ຖືກທຳລາຍຢ່າງໜັກໜ່ວງ ຍ້ອນການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາສ ນັບແຕ່ເດືອນຕຸລາ ປີ 2023. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ເນັ້ນໜັກເຖິງເລື່ອງອຳນາດການປົກຄອງ ອາເມລິກາ ບໍ່ມີແຜນການເນລະເທດສາມັນຊົນ ປາແລັດສະຕິນ ອອກຈາກເຂດກາຊາ ໂດຍຖາວອນ, ຫາກພຽງແຕ່ແມ່ນແຜນການ “ຊົ່ວຄາວ” ເທົ່ານັ້ນ. ສ່ວນທ່ານນາງ Karoline Leavitt ໂຄສົກທຳນຽບຂາວ ກໍ່ໃຫ້ຮູ້ວ່າ ມີຄວາມເປັນໄປໄດ້ໜ້ອຍທີ່ ອາເມລິກາ ຈະຜັນຂະຫຍາຍທະຫານໄປແຫ່ງນີ້.
ຕາມວົງການນັກສັງເກດການແລ້ວ, ຄຳຖະແຫຼງຂອງທ່ານ Donald Trump ແມ່ນບໍ່ເຄີຍມີມາກ່ອນ. ທ່ານ Benjamin Radd, ຜູ້ຊ່ຽວຊານຢູ່ສູນພົວພັນສາກົນ Burkle ຂອງມະຫາວິທະຍາໄລ California, Los Angeles (UCLA) ຖືວ່າ ຄຳຖະແຫຼງນີ້ ບໍ່ເໝາະສົມກັບສະພາບການໂລກປະຈຸບັນ ແລະ ໄປຝືນກັບກົດໝາຍສາກົນ. ໃນຂະນະນັ້ນ, ທ່ານ Brian Katulis, ຜູ້ຊ່ຽວຊານຢູ່ສະຖາບັນຕາເວັນອອກາງ (ອາເມລິກາ) ໄດ້ໃຫ້ຂໍ້ສັງເກດວ່າ: ແນວຄວາມຄິດຂອງທ່ານປະທານາທິບໍດີ ອາເມລິກາ ແມ່ນບໍ່ເຂັ້ມງວດ:
ຂ້າພະເຈົ້າຄິດເກືອບຄືວ່າແນ່ນອນແລ້ວວ່າ ບໍ່ທັນມີແຜນການໃດ ພາຍຫຼັງຄຳຖະແຫຼງນີ້ ແລະ ຖ້າຫາກວ່າມີແລ້ວ ມັນກໍ່ບໍ່ມີບໍ່ວ່າການພົວພັນໃດໆ ກັບສະພາບຕົວຈິງປະຈຸບັນຢູ່ຕາເວັນອອກກາງ. ແນ່ນອນວ່າ ບໍ່ທັນມີການທາບທາມຄຳເຫັນໃດກັບຊາວ ປາແລັດສະຕິນ ຫຼືປະເທດໃກ້ຄຽງ ໂດຍແມ່ນ ອີຢີບ ແລະ ຈໍແດນ, ຊື່ງແມ່ນບັນດາປະເທດຄັດຄ້ານນັບແຕ່ບາດກ້າວເດີນທຳອິດ ໃນແຜນການຂອງທ່ານ Donald Trump ແມ່ນອົບພະຍົບຊາວ ປະແລັດສະຕິນ ທັງໝົດຢູ່ເຂດກາຊາ ໄປຍັງບັນດາປະເທດນີ້.
ຄວາມສ່ຽງສຳລັບຝ່າຍຕ່າງໆ
ເຖິງວ່າວົງການນັກສັງເກດການສ່ວນຫຼາຍໄດ້ແບ່ງປັນຂໍ້ສັງເກດນຳກັນວ່າ ແຜນການ ອາເມລິກາ ຢຶດຄອງເຂດກາຊາ ຈະຕ້ອງປະເຊີນໜ້າກັບຮົ້ວກີດຂວາງດ້ານນິຕິກຳ ກໍ່ຄືໄປຝືນກັບສະພາບຕົວຈິງພູມສາດການເມືອງປະຈຸບັນໃນພາກພື້ນ. ຜູ້ຊ່ຽວຊານຈຳນວນໜຶ່ງກໍ່ຖືວ່າ ຖາຫາກວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢາກປະຕິບັດແຜນການນີ້ຢ່າງເຂັ້ມງວດ, ກໍ່ຍາກທີ່ຈະມີກຳລັງໃດສາມາດສະກັດກັ້ນໄດ້.
ບັນດາການຜັນແປປະຈຸບັນ ໄດ້ສ້າງຄວາມສ່ຽງໃຫ້ທຸກຝ່າຍ, ພິເສດແມ່ນສຳລັບສາມັນຊົນ ປາແລັດສະຕິນ ຢູ່ເຂດກາຊາ ກໍ່ຄືຄວາມຫວັງກ່ຽວກັບການຜັນຂະຫຍາຍໄລຍະທີສອງຂອງຄຳສັ່ງຢຸດຍິງຢູ່ເຂດກາຊາ. ພາຍຫຼັງຄຳຖະແຫຼງຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບການຢຶດຄອງເຂດກາຊາ, ຄວາມມານະພະຍາຍາມແກ່ຍາວຄຳສັ່ງຢຸດຍິງ ແລະ ແລກປ່ຽນຕົວປະກັນ ໂດຍ ກາຕາ ເປັນກາງໄກ່ເກ່ຍ ພັດບໍ່ສາມາດປະຕິບັດໄດ້ຢ່າງສົມບູນ. ປະຈຸບັນ, ບຸລິມະສິດຂອງບັນດາປະເທດ ອາຣັບ ໃນພາກພື້ນ ກໍ່ຫັນໄປສູ່ການກີດຂວາງແຜນການຂອງທ່ານປະທານາທິບໍດີ ອາເມລິກາ ບໍ່ໃຫ້ປະກົດເປັນຈິງ. ຕາມທ່ານສາດສະດາຈານ James Gelvin, ຄວາມວິຕົກກັງວົນຂອງບັນດາປະເທດ ອາຣັບ ຕໍ່ແຜນການຂອງທ່ານປະທານາທິບໍດີ ອາເມລິກາ ອາດຈະເຮັດໃຫ້ການພົວພັນທາງການທູດໃນພາກພື້ນທີ່ເຄີຍມີຄວາມເບົາບາງຢູ່ແລ້ວນັ້ນ ນັບມື້ນັບຍາກທີ່ຈະຮັກສາໄວ້ໄດ້ກ່ວາອີກ:
ບັນດາປະເທດຕາເວັນອອກກາງ ພວມມີປະຕິກິລິຍາຢ່າງແຮງ. ອາຣັບບີ ຊາອຸດີ ໄດ້ເວົ້າແຈ້ງວ່າ ເຂົາເຈົ້າຢາກມີມາດຕະການສອງລັດ ໃນຂະນະທີ່ ອີຢີບ ແລະ ຈໍແດນ ໄດ້ເວົ້າຫຼາຍເທື່ອວ່າ ເຂົາເຈົ້າບໍ່ຢາກຮັບຊາວລົບໄພ ປາແລັດສະຕິນ. ດັ່ງນັ້ນ, ສຳລັບໂລກ ອາຣັບ ແລ້ວ, ນີ້ແມ່ນສິ່ງທີ່ບໍ່ສາມາດປະນີປະນອມໄດ້.
ສຳລັບປະເທດ ອາເມລິກາ ເອງ, ແຜນການຢຶດຄອງເຂດກາຊາ ອາດຈະກໍ່ໃຫ້ເກີດຄວາມສ່ຽງຫຼາຍຢ່າງ. ຕາມວົງການນັກສັງເກດການແລ້ວ, ເພື່ອສາມາດຢຶດຄອງເຂດກາຊາ ໄດ້ໃນສະພາບການເກີດການປະທະກັນປະຈຸບັນນີ້, ອາເມລິກາ ຈະຕ້ອງຜັນຂະຫຍາຍກຳລັງທະຫານ ທີ່ມີຂອບຂະໜາດໃຫຍ່ເພື່ອລາດຕະເວນ, ເວນຍາມ ແລະ ກຽມພ້ອມສູ້ຮົບ. ນີ້ແມ່ນສິ່ງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ເຄີຍເວົ້າກັບຜູ້ມີສິດເລືອກຕັ້ງ ໃນຕະຫຼອດບັ້ນຫາສຽງເລືອກຕັ້ງວ່າ ທ່ານຢາກຫຼີກລ້ຽງ. ໄປຄຽງຄູ່ກັນນັ້ນ, ການມີໜ້າຂອງກຳລັງທະຫານ ອາເມລິກາ ຢູເຂດກາຊາ ອາດຈະກໍ່ໃຫ້ເກີດບັນດາການປະທະກັນໂດຍກົງ ລະຫວ່າງເຂົາເຈົ້າ ກັບກຳລັງ ຮາມາສ ຫຼື ອີຣານ ແລະ ບັນດາກຸ່ມທະຫານລາດໃນພາກພື້ນ ແລະ ອາດຈະມີຄວາມສ່ຽງຍູ້ ອາເມລິກາ ຕົກເຂົ້າສູ່ການປະທະກັນຄັ້ງໃໝ່./.