• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ ເພື່ອ ພັດທະນາແບບຍືນຍົງ

      ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກງົບປະມານແຫ່ງລັດ, ແຫຼ່ງທຶນ ODA ແລ້ວ ຕ້ອງເຕົ້າໂຮມແຫຼ່ງກໍາລັງຈາກສັງຄົມ ຕາມຮູບແບບຮ່ວມມືລະຫວ່າງພາກລັດ - ເອກະຊົນ (PPP) ແລະ ລະດົມບັນດາຮູບການວິສາຫະກິດ. ເພີ່ມແຫຼ່ງກໍາລັງພັດທະນາເຂດໃນໄລຍະກາງ ແຕ່ນີ້ ຮອດປີ 2020 ໃຫ້ທັນການ
            ຕອນບ່າຍວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບກະຊວງ, ຂະແໜງການ ກ່ຽວກັບການຜັນຂະຫຍາຍມະຕິເລກທີ 120 ຂອງລັດຖະບານ ກ່ຽວກັບເລື່ອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອພັດທະນາແບບຍືນຍົງ. ນີ້ແມ່ນມະຕິທີ່ໄດ້ປະກາດໃຊ້ເມື່ອເດືອນ ພະຈິກ 2017.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບກະຊວງ, ຂະແໜງການ ກ່ຽວກັບການຜັນຂະຫຍາຍມະຕິເລກທີ 120 ຂອງລັດຖະບານ ກ່ຽວກັບເລື່ອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ(ພາບ: vov.vn)
      ເມື່ອສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນໍາວ່າ ໃນໄລຍະຈະມາເຖິງຄວນມີການຊີ້ນໍາ ກ່ຽວກັບດ້ານວິທະຍາສາດເຕັກໂນໂລຢີທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທ່ົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ຈາກນັ້ນ ຕັ້ງບັນຫາສ້າງໂຄງປະກອບຂົງເຂດກະສິກໍາ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເພື່ອເປົ້າໝາຍມະນຸດ ແລະ ຍົກລະດັບຄ່າຄອງຊີບຂອງປະຊາຊົນ. ພ້ອມກັນນັ້ນ, ແມ່ນເຮັດແຈ້ງກວ່າ ແຫຼ່ງກໍາລັງພັດທະນາເຂດທົ່ງພຽງແມ່ນໍ້າຂອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກງົບປະມານແຫ່ງລັດ, ແຫຼ່ງທຶນ ODA ແລ້ວ ຕ້ອງເຕົ້າໂຮມແຫຼ່ງກໍາລັງຈາກສັງຄົມ ຕາມຮູບແບບຮ່ວມມືລະຫວ່າງພາກລັດ - ເອກະຊົນ (PPP) ແລະ ລະດົມບັນດາຮູບການວິສາຫະກິດ. ເພີ່ມແຫຼ່ງກໍາລັງພັດທະນາເຂດໃນໄລຍະກາງ ແຕ່ນີ້ ຮອດປີ 2020 ໃຫ້ທັນການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍເຫັນດີຕໍ່ກັບຂໍ້ສະເໜີແນະຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດຕັ້ງ “ເວທີປາໄສເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ປີ 2019: ກ່ຽວກັບນະໂຍບາຍ ຕະຫຼອດຮອດການປະຕິບັດ” ໂດຍໄວ, ເຊິ່ງຊ້າສຸດແມ່ນກອ່ນວັນທີ 20 ພຶດສະພາ 2019.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top