• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ

ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.

ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.

   

ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ກ່າວຄຳເຫັນທີ່ການເຮັດວຽກ

ວັນທີ 24 ສິງຫາ, ຄະນະຜູ້ແທນຂັ້ນສູງແຂວງ ຈຳປາສັກ, ແຫ່ງ ສປປ ລາວ ນຳໂດຍທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ໄດ້ມາຢ້ຽມຢາມ, ເຮັດວຽກກັບການນຳນະຄອນ ເກິນເທີ. ທີ່ການຕ້ອນຮັບ, ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ, ໃຫ້ຮູ້ວ່າ: ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ. ທ່ານ ວິໄລວົງ ບຸດດາຄຳ ຫວັງວ່າ: ຝ່າຍ ເກິນເທີ ຈະໜູນຊ່ວຍແຂວງຈຳປາສັກ ບຳລຸງສ້າງ ແຕ່ 5 – 10 ຄາດໝາຍ/ປີສຳລັບຂັ້ນມະຫາວິທະຍາໄລ ແລະ ເຫຼືອມະຫາວິທະຍາໄລ, ຈັດຕັ້ງບັນດາຊຸດຝຶກອົບຮົບ, ບຳລຸງສ້າງບາງຂະແໜງການໃຫ້ແກ່ພະນັກງານຂອງແຂວງຈຳປາສັກ. ຝ່າຍລາວ ຈະບຳລຸງສ້າງດ້ານພາສາລາວ ໃຫ້ແກ່ເກິນເທີ, ບັນລຸມາດຖານ 2 ຄົນ/ປີ. ຄຽງຄູ່ກັນນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດານັກລົງທຶນດຳເນີນທຸລະກິດໃນຂົງເຂດ: ຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຂຸດຄົ້ນຊັບພະຍາກອນທຳມະຊາດ, ຄົມມະນາຄົມ, ການທ່ອງທ່ຽວ.

          ທ່ານ ເລກວາງແມ້ງ, ເລຂາພັກນະຄອນ ເກິນເທີ, ເນັ້ນໜັກວ່າ: ເກິນເທີ ຈະເພີ່ມທະວີການຮ່ວມມື, ສົ່ງເສີມ ເປີດກ້ວາງການຮ່ວມມືລົງທຶນ, ການຄ້າ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ທ່າແຮງລະຫວ່າງນະຄອນກັບບັນດາທ້ອງຖິ່ນຂອງລາວ. ເກິນເທີ ຈະສ້າງທຸກເງືື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດສອງຝ່າຍແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄ້ວາຕະຫຼາດ, ເປີດກ້ວາງການພົວພັນຮ່ວມມືລົງທຶນດຳເນີນທຸລະກິດ. ໃນຂົງເຂດຄົມມະນາຄົມຂົນສົ່ງ ແລະ ການທ່ອງທ່ຽວ, ເກິນເທີ ຈະມານະພະຍາຍາມສົ່ງເສີມເປີດສາຍການບິນ ເກິນເທີ - ວຽງຈັນ, ປະກອບສ່ວນພັດທະນາການທ່ອງທ່ຽວ, ໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢູ່ລາວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top