• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກາະ ສີຊັງ: ອະນຸລັກຮັກສາປູມ້າ, ປົວແປງການຫາເງິນລ້ຽງຊີບຂອງປະຊາຊົນ

ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດເກາະ ສີຊັງ ໄດ້ພ້ອມກັນປະຕິບັດການເຄື່ອນໄຫວຄົ້ນຄວ້າ, ອະນຸລັກຮັກສາແນວພັນສິນທະເລຈຳນວນໜ່ຶງທີ່ມີມູນຄ່າດ້ານເສດຖະກິດສູງ.
(ປູມ້າແມ່ນສິນທະເລປະເພດໜຶ່ງທີ່ຊາວປະມົງຢູ່ເກາະ ສີຊັງ ໄດ້ຈັບຫາເປັນຕົ້ນ)

ໃນຊຸມປີມໍ່ໆມານີ້, ແຫຼ່ງລາຍຮັບຈາກສິນທະເລພວມຄ່ອຍໆຫຼຸດລົງ ໄດ້ສົ່ງຜົນສະທ້ອນຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນຢູ່ເຂດເກາະ ສີຊັງ, ແຂວງ ຊົນບູຣີ, ປະເທດ ໄທ. ສະນັ້ນ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດເກາະ ສີຊັງ ໄດ້ພ້ອມກັນປະຕິບັດການເຄື່ອນໄຫວຄົ້ນຄວ້າ, ອະນຸລັກຮັກສາແນວພັນສິນທະເລຈຳນວນໜ່ຶງທີ່ມີມູນຄ່າດ້ານເສດຖະກິດສູງ. ສິ່ງດັ່ງກ່າວໄດ້ປະກອບສ່ວນຟື້ນຟູຊີວະພາບທະເລ, ປົວແປງການຫາເງິນລ້ຽງຊີບ ກໍຄືຍົກສູງລາຍຮັບໃຫ້ແກ່ຊາວປະມົງຢູ່ເຂດເກາະ.

ກວ່າ 4 ປີຜ່ານມາ, ທ່ານ ປອ ນິນນາດ ໄຊທະນາວິສຸດ,   ຜູ້ຮັບຜິດຊອບສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ ຍັງຄົງເມົາມົວກັບວຽກງານຄົ້ນຄວ້າ ແລະ ປະສານງານການເຄື່ອນໄຫວຂອງສູນ.

ໃນຈຳນວນບັນດາແນວພັນສັດທີ່ທາງສູນດັ່ງກ່າວອະນຸລັກຮັກສາ ແລະ ຂະຫຍາຍພັນນັ້ນ, ປູມ້າແມ່ນສິນທະເລປະເພດໜຶ່ງທີ່ຊາວປະມົງຢູ່ເກາະ ສີຊັງ ໄດ້ຈັບຫາເປັນຕົ້ນ.

ເພື່ອຟື້ນຟູແຫຼ່ງລາຍໄດ້ຈາກສິນທະເລ, ກ່ອນນີ້ 4 ປີ, ຈາກຂໍ້ລິເລີ່ມຂອງສະຖາບັນຄົ້ນຄວ້າ ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ ແລະ ພາຍໃຕ້ການອຸປະຖຳຂອງເຈົ້າຍິງ ມະຫາຈັກກຣີ ສີຣິນທອນ, ສູນຂະຫຍາຍປູມ້າພັນ ໄດ້ຮັບການສ້າງຕັ້ງຢູ່ເຂດເກາະ. ຈຸດພິເສດຂອງຮູບແບບນີ້ແມ່ນວິທີເຂົ້າເຖິງຊຸມຊົນ: ຊາວປະມົງບໍ່ພຽງແຕ່ແມ່ນຜູ້ໄດ້ຊົມໃຊ້, ຫາກຍັງກາຍເປັນຄູ່ຮ່ວມມືໃນການອະນຸລັກຮັກສາ.

ມາຮອດປະຈຸບັນ, ຊາວປະມົງຢູ່ເກາະ ສີຊັງ ໄດ້ນຳເອົາປູມ້າໄຂ່ມາສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລປະມານ 40.000 ໂຕ. ມີປູມ້າພັນປະມານ 40 ຕື້ໂຕໄດ້ປ່ອຍລົງທະເລຈາກທະນາຄານປູມ້າ. ບັນດາຄວາມມານະພະຍາຍາມໃນການອະນຸລັກຮັກສາປູມ້າຂອງບັນດານັກວິທະຍາສາດຢູ່ສູນ ໄດ້ຊ່ວຍໃຫ້ການເຄື່ອນໄຫວຈັບຫາສິນທະເລຂອງຊາວປະມົງຢູ່ເຂດເກາະ ສີຊັງ ໄດ້ຮັບການປົວແປງ.

ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເກາະ ສີຊັງ, ອ້າຍ ຕ່າຍລູ ເປັນຊາວປະມົງຜູ້ໜຶ່ງທີ່ມີປະສົບການເດີນທະເລມາເປັນເວລາຫຼາຍປີ. ປູມ້າ ແມ່ນປະເພດສິນທະເລທີ່ອ້າຍ ຕ່າຍລູ ຈັບຫາເປັນຕົ້ນ. ໂດຍເຫັນໄດ້ຜົນປະໂຫຍດຂອງການເຄື່ອນໄຫວອະນຸລັກຮັກສາ, ຕ່າຍລູ ໄດ້ຕັ້ງໜ້ານ້ຳເອົາປູມ້າມີໄຂ່ມາຍັງສູນ ຫຼັງຈາກການອອກໄປຫາປູມ້າຢູ່ທະເລແຕ່ລະເທື່ອ. ຖ້າກ່ອນນີ້, ອ້າຍ ຕ່າຍລູ ພຽງແຕ່ຫາປູມ້າໄດ້ປະມານ 10 ກີໂລກຣາມ/ວັນ, ແຕ່ປະຈຸບັນສາມາດຫາໄດ້ 20 ກີໂລກຣາມ/ວັນ.

ເຖິງວ່າຢູ່ຂ້ອນຂ້າງໃກ້ກັບນະຄອນຫຼວງ ບາງກອກ ແລະ ສະຖານທີ່ທ່ອງຖ່ຽວທີ່ມີຊື່ສຽງ ພັດທະຍາ ກໍ່ຕາມ, ແຕ່ເກາະ ສີຊັງ (ແຂວງ ຊົນບູຣີ) ພັດແມ່ນເກາະທີ່ບໍ່ຄ່ອຍມີນັກທ່ອງທ່ຽວຮູ້ຈັກຫຼາຍປານໃດ. ຍ້ອນຄວາມມານະພະຍາຍາມຂອງບັນດານັກວິທະຍາສາດ, ອຳນາດການປົກຄອງທ້ອງຖິ່ນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ ໄດ້ປະກອບສ່ວນຟື້ນຟູຊີວະພາບທະເລໃຫ້ເຂັ້ມແຂງ. ນີ້ແມ່ນເງື່ອນໄຂສຳຄັນເພື່ອໃຫ້ເກາະ ສີຊັງ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຈາກນັ້ນ, ກໍ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດແບບຍືນຍົງໃຫ້ແກ່ຊາວທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top