• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

າຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດລາວ

      ການພົວພັນ 2 ປະເທດໄດ້ຮັບການເພີ່ມທະວີ, ປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໂດຍຜ່ານຫລາຍລຸ້ນຄົນ, ດ້ວຍເຫື່ອແຮງ ແລະ ເລືອດເນື້ອ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ
ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ
      ຕອນບ່າຍວັນທີ 06 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ ແລະ ຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ລາວ ມາເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດປະຈຳປີ ແລະ ພົວພັນແລກປ່ຽນລະຫວ່າງ 2 ກະຊວງການຕ່າງປະເທດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັັ້ນໜັກວ່າ: ການພົວພັນ 2 ປະເທດໄດ້ຮັບການເພີ່ມທະວີ, ປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໂດຍຜ່ານຫລາຍລຸ້ນຄົນ, ດ້ວຍເຫື່ອແຮງ ແລະ ເລືອດເນື້ອ. ຄວາມຮັບຜິດຊອບຂອງລຸ້ນໜຸ່ມ 2 ປະເທດແມ່ນສືບທອດ, ຮັກສາ, ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ກ່ວາອີກ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ: ພັກ ແລະ ລັດ, ປະຊາຊົນ ຫວຽດນາມ ຍາມໃດກໍໍ່ຖືຜົນສຳເລັດຂອງ ລາວ ແມ່ນຜົນສຳເລັດຂອງ ຫວຽດນາມ. ໃນການພົວພັນ 2 ປະເທດ ບົດບາດຂອງກະຊວງການຕ່າງປະເທດແມ່ນສຳຄັນ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງການຕ່າງປະເທດ 2 ປະເທດຄວນມີການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຈະມາເຖິງກ່ວາອີກ.
        ທ່ານນາຍົກລັດຖະມົນຕີເນັ້ນໜັກຄືນເລື່ອງ ຫວຽດນາມ ໃຫ້ ລາວ ນຳໃຊ້ທ່າກ່ຳປັ່ນຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ: ໃນອາຍຸການນີ້ ຈະຊຸກຍູ້ໂຄງການກໍ່ສ້າງທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ຊຸກຍູ້ການພົວພັນແລກປ່ຽນ 2 ປະເທດໃນຫລາຍຂົງເຂດ. ພ້ອມກັນນັ້ນ 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ໃນນັ້ນ ມີການກໍ່ສ້າງນັກສຶກສາ ລາວ ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top