• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ​ູບເຄິ່ງ​ຄີງ​ປະ​ທານ ໂຮ່​ຈີ​ມິນ - ສິ່ງ​​ປະ​ເສີດໃນ​ຄອບ​ຄົວຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ

ຫຼາຍປີມານີ້, ເຖິງວ່າ ດຳລົງຊີວິດຢູ່ ໄທ, ຢູ່ ຝລັ່ງ ແລ້ວກັບມາດຳລົງຊີວິດຢູ່ ລາວ ກໍຕາມ ແຕ່ໃນສຳພາລະເດີນທາງຂອງຄອບຄົວ ແມ່ຕູ້ ຫງວຽນທິເນືອງ - ຊາວ ຫວຽດນາມ ອາໄສຢູ່ ບ້ານຝ້າຍ, ເມືອງ ສີສັດຕະນາດ, ນະຄອນຫຼວງ ວຽງຈັນ ຍາມໃດກໍຖືຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄປຕາມ. ສຳລັບຄອບຄົວຂອງແມ່ຕູ້ແລ້ວ, ນັ້ນແມ່ນສິ່ງທີ່ປະເສີດ ບໍ່ອາດຂາດໄດ້.
ຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄດ້ຕັ້ງຢູ່ບ່ອນສົມກຽດເທິງຮ້ານບູຊາໃນຫ້ອງຮັບແຂກໃນເຮືອນຂອງແມ່ຕູ້ ເນືອງ

ໃນເຮືອນຫຼັງໜຶ່ງຕັ້ງຢູ່ຖະໜົນດົງປ່າລານ ຢູ່ນະຄອນຫຼວງວຽງຈັນ, ຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄດ້ຕັ້ງຢູ່ບ່ອນສົມກຽດເທິງຮ້ານບູຊາໃນຫ້ອງຮັບແຂກ, ເພື່ອໃຫ້ທຸກຄົນສາມາດເຫັນລຸງໂຮ່ໃນແຕ່ລະວັນ. ຮອດວັນຄ້າຍວັນເກີດ ຫຼື ວັນເຖິງແກ່ມໍລະນະກຳຂອງລຸງໂຮ່, ຄອບຄົວຂອງແມ່ຕູ້ກໍທຳພິທີບູຊາ, ຈູດທູບໃຕ້ທຽນເພື່ອສະແດງຄວາມຮູ້ບຸນຄົນຕໍ່ເພິ່ນ, ຈົດຈຳຄຳສັ່ງສອນຂອງເພິ່ນ. ສຳລັບແມ່ຕູ້ແລ້ວ, ເຫັນລຸງໂຮ່ ແມ່ນເຫັນປະເທດຊາດ, ເຫັນບ້ານເກີດເມືອງນອນ, ເຫັນກົກເຄົ້າເຫງົ້າກໍ່ຂອງຊາດ ຫວຽດນາມ.

        “ມີ ລຸງໂຮ່ ຈຶ່ງມີບ້ານເກີດເມືອງນອນ, ມີປະເທດຊາດຄືໃນວັນນີ້. ລຸງໂຮ່ ເຄີຍສັ່ງສອນວ່າ ເຖິງວ່າໄປໃສ, ຢູ່ໃສ, ເຮົາກໍແມ່ນຄົນ ຫວຽດ. ເຮົາມີບ້ານເກີດເມືອງນອນ, ເຮົາຕ້ອງຮູ້ຮັກຫອມ, ເຄົາລົບ, ຖະໜຸຖະໜອມ. ພວກຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ ທີ່ປະເທດເຮົາມີ ລຸງໂຮ່, ເຮົາມີບ້ານເກີດເມືອງນອນ, ມີປະເທດຊາດ ເຊິ່ງໃນທົ່ວ 5 ທະວີບ ໃຜໆກໍຕ້ອງເຄົາລົບນັບຖື”.

ແມ່ຕູ້ ຫງວຽນທິເນືອງ ແມ່ນໜຶ່ງໃນບັນດາບຸກຄົນທີ່ດີເດັ່ນຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ. ປີນີ້, ແມ່ຕູ້ມີອາຍຸ 93 ປີແລ້ວ, ເຖິງວ່າສຸຂະພາບກໍອ່ອນເພຍແລ້ວກໍຕາມ ແຕ່ແມ່ຕູ້ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ ນະຄອນຫຼວງ ວຽງຈັນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top