• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ້ານຂາຍສິນຄ້າຫວຽດນາມ ທາງອອນລາຍ ເປັນພື້ນຖານເພື່ອສ້າງລະບົບຊີວະພາບການຄ້າເອເລັກໂຕນິກ ຫວຽດນາມ

      ນັບແຕ່ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນຢູ່ຫວຽດນາມ, ການເຄື່ອນໄຫວພົວພັນຄ້າຂາຍສິນຄ້າທາງໄກ ແລະ ການຫັນເປັນດີຈີຕອນ ໄດ້ຮັບການຜັນຂະຫຍາຍຢ່າງແຮງ ນຳມາເຊິ່ງປະສິດທິຜົນ - ຜົນປະໂຫຍດຕົວຈິງໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ ປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່ GDP. ບໍ່ພຽງແຕ່ຍາດແຍ່ງບັນດາການປ່ຽນແປງຄວາມຊິນເຄີຍການໃຊ້ສອຍຂອງປະຊາຊົນ ແລະ ຂອງຕະຫລາດເພື່ອເພີ່ມລາຍຮັບ - ກຳໄລ, ກວມເອົາອັດຕາສ່ວນການຄ້າເອເລັກໂຕນິກໂດຍໄວເທົ່ານັ້ນ, ມີວິສາຫະກິດ ຫວຽດນາມ ຫລາຍແຫ່ງ ຍັງຮ່ວມສຳພັນນຳກັນ ຫນູນຊ່ວຍໂຄສະນາການຈຳຫນ່າຍສິນຄ້າ ຫວຽດນາມ ໄປສູ່ທົ່ວໂລກ, ສ້າງພື້ນຖານສ້າງລະບົບຊີວະພາບການຄ້າເອເລັກໂຕນິກ ຫວຽດນາມ ອີກດ້ວຍ.
ໝາກລິ້ນຈີ່ ບັກຢາງ (ພາບ: VOV)
      ປີນີ້ ແມ່ນປີທຳອິດ ໝາກລິ້ນຈີ່ ແຂວງ ບັກຢາງ ໄດ້ຮັບການຈັດຕັ້ງຈຳຫນ່າຍເປັນລະບົບຜ່ານ 6 ຫນ້າເວັບການຄ້າເອເລັກໂຕນິກໃຫຍ່ ຢູ່ຫວຽດນາມຄື: Sendo, Voso, Tiki, Shopee, Lazada, Postmart, ຜ່ານເວັບຂາຍສິນຄ້າຫວຽດນາມ ທາງອອນລາຍ ໂດຍກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ສັງກັດກະຊວງອຸດສາຫະກຳ ການຄ້າຫວຽດນາມ ຄຸ້ມຄອງ. ເປັນຄັ້ງທຳອິດ ຮູບພາບໝາກລິ້ນຈີ່ ຂອງບັກຢາງ ໄດ້ເອົາລົງເຕັມຫນ້າເວັບການຄ້າເອເລັກໂຕນິກ ເປັນການສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈຂອງບັນດາວິສາຫະກິດ  ແລະ ປະຊາຄົມ ໄດ້ພ້ອມກັບບັນດາທ້ອງຖິ່ນ, ສະຫະກອນ ປູກຕົ້ນລິ້ນຈີ່ ຢູ່ ບັກຢາງ ເພື່ອຈຳຫນ່າຍຜະລິດຕະພັນໝາກລິ້ນຈີ່ທາງອອນລາຍ.
            ເມື່ອຕີລາຄາກ່ຽວກັບຜົນກະທົບຕັ້ງຫນ້າຂອງບັນດາທຸລະກຳການຄ້າເອເລັກໂຕນິກໃນການຈຳຫນ່າຍຜະລິດຕະພັນກະເສດໃນໄລຍະຜ່ານມາ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເນັ້ນຫນັກວ່າ:
            “ເລື່ອງ ບັກຢາງ ກໍ່ຄື ບາງທ້ອງຖິ່ນທີ່ມີບັນດາຜະລິດຕະພັນກະເສດເປັນຫລັກ ໄດ້ເປັນເຈົ້າການໃນການສົມທົບໝູນໃຊ້ຮູບການດຳເນີນທຸລະກິດ ໂດຍອີງໃສ່ເຕັກໂນໂລຊີໃຫມ່ ແມ່ນທິດກ້າວເດີນທີ່ຖືກຕ້ອງ, ວິທີສຳຜັດ ແລະ ການແກ້ໄຂບັນຫາຢ່າງປະດິດຄິດສ້າງ ແລະ ສອດຄ່ອງ ມີປະສິດທິຜົນໃນສະພາບໂລກລະບາດໂຄວິດ 19 ເກີດຂຶ້ນຢູ່ບາງບ່ອນ. ຂ້າພະເຈົ້າຫວັງວ່າ ຈະບໍ່ພຽງແຕ່ໝາກລິ້ນຈີ່ ເທົ່ານັ້ນ ຫາກບາງຜະລິດຕະພັນພິເສດອື່ນໆກໍ່ຄວນໝູນໃຊ້ເພື່ອໃຫ້ການດຳເນີນທຸລະກິດໄດ້ທະວີຄູນເພີ່ມຂຶ້ນເປັນຫລາຍເທົ່າໃນອະນາຄົດ.”
            ເລື່ອງ ບັນດາທຸລະກຳການຄ້າເອເລັກໂຕນິກຫນູນຊ່ວຍຊຸກຍູ້ການຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ເປັນການສະແດງໃຫ້ເຫັນຄວາມສຳຄັນຂອງການເຄື່ອນໄຫວພົວພັນຄ້າຂາຍສິນຄ້າທາງອອນລາຍ ແລະ ການຫັນເປັນດີຈີຕອນໃນສະພາບເສດຖະກິດແບບໃຫມ່.
            ທ່ານ ເຈີນຈູງຮຶງ ປະທານສະພາບໍລິຫານ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ໄປສະນີ Viettel (Viettel Post), ຊື່ງແມ່ນຫົວຫນ່ວຍຫນູນຊ່ວຍພໍ່ແມ່ຊາວກະສິກອນ ຢູ່ທັງຂົງເຂດ logistic ແລະ ການໂຄສະນາຜະລິດຕະພັນທາງຫນ້າເວັບການຄ້າເອເລັກໂຕນິກ Voso, ຕາງຫນ້າໃຫ້ບັນດາຫນ້າເວັບ Lazada, Shopee, Tiki, Postmart, Sendo ຢືນຢັນວ່າ:
            “ການຫັນເປັນດີຈີຕອນ ໄດ້ຮັບຖືວ່າ ແມ່ນກາລະໂອກາດໃຫມ່ ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ຍາວນານ ພ້ອມທັງຍົກລະດັບຄຸນຄ່າຜະລິດຕະພັນກະເສດ ຫວຽດນາມ ຢູ່ຕະຫລາດພາຍໃນ. ບັນດາວິສາຫະກິດການຄ້າເອເລັກໂຕນິກ ຄືພວກຂ້າພະເຈົ້າ ໄດ້ ແລະ ພວມມານະພະຍາຍາມໃນທຸກດ້ານ ເພື່ອສ້າງເປັນລະບົບສະຫນອງແບບຍືນຍົງ. ເບື້ອງຕົ້ນ ບັນດາວິສາຫະກິດ ໄດ້ສົມທົບກັບກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ຜັນຂະຫຍາຍ “ຮ້ານຂາຍສິນຄ້າຫວຽດ ທາງອອນລາຍ” ຜ່ານບັນດາຫນ້າເວັບ ໂດຍຫນູນຊ່ວຍສ້າງເງື່ອນໄຂໃຫ້ຜູ້ຂາຍສິນຄ້າ ແລະ ນັກທຸລະກິດໄດ້ສຳຜັດກັບຮູບການຂາຍເຄື່ອງແບບໃຫມ່. ນອກນັ້ນ ບັນດາທຸລະກຳການຄ້າເອເລັກໂຕນິກ ຍັງຜັນຂະຫຍາຍຫລາຍໂຄງການບຸລິມະສິດອັນດູດດຶ່ມສຳລັບຜູ້ບໍລິໂພກ, ຊຸກຍູ້ການຈຳຫນ່າຍຜະລິດຕະພັນ”
             ຕາມບັນດາຜູ້ຊ່ຽວຊານແລ້ວ, ການຄ້າເອເລັກໂຕນິກ ແມ່ນຂະແຫນງເສດຖະກິດແບບໃຫມ່ ຈະມີຄວາມພັດທະນາ ບຸກທະລຸໃນໄລຍະຈະມາເຖິງ ສົມກັບຄວາມຫວັງແມ່ນຂົງເຂດບຸລິມະສິດນຳຫນ້າຂອງພື້ນຖານເສດຖະກິດ ດີຈີຕອນໃນອະນາຄົດ. ນີ້ແມ່ນເຫດຜົນທີ່ມີວິສາຫະກິດ, ກຸ່ມບໍລິສັດໃຫຍ່ຫລາຍແຫ່ງພວມສຸມກຳລັງເຫື່ອແຮງໃນການຊ່ວງເສັງຢູ່ຂົງເຂດນີ້. ໃນສະພາບການນັ້ນ ເລື່ອງບັນດາວິສາຫະກິດ ພວມຮ່ວມສຳພັນນຳກັນ ຫນູນຊ່ວຍໂຄສະນາການຈຳຫນ່າຍສິນຄ້າຫວຽດນາມ ຢູ່ພາຍໃນປະເທດ ແລະ ໃນຂອບເຂດທົ່ວໂລກ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ກັບວົງຄະນາຍາດ. ບັນດານັກທຸລະກິດ ວິສາຫະກິດ ພວມເຄື່ອນໄຫວຜະລິດດຳເນີນທຸລະກິດສິນຄ້າຫວຽດນາມ  ຄວນຍາດແຍ່ງກາລະໂອກາດນີ້ເພື່ອຊຸກຍູ້ການຈຳຫນ່າຍ ແລະ ໂຄສະນາຜະລິດຕະພັນ ເຄື່ອງໝາຍການຄ້າຂອງຕົນ ຜ່ານລະບົບຊີວະພາບການຄ້າເອເລັກໂຕນິກຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top