• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ສືບ​ຕໍ່​ປະຕິບັດ​ການ​ແຍກ​ຫ່າງ​ໃນ​ສັງຄົມ ​ເມື່ອ​ກັບ​ຄືນ​ສູ່​ການ​ດໍາລົງ​ຊີວິດ​ເປັນ​ປົກກະຕິ

ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮຽກຮ້ອງໃຫ້ໂຮງໝໍແຫ່ງຕ່າງໆ ໝູນໃຊ້ເຕັກໂນໂລຢີ ເພື່ອໃຫ້ປະຊາຊົນສາມາດນັດໂມງກວດສຸຂະພາບ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ.

ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ຈູງຮວ່າ, ເກົ່າໄຍ, ຮ່າໂນ້ຍ ປະຕິບັດການກວດອຸນຫະພຸມກ່ອນຈະເຂົ້າຫ້ອງຮຽນ (ພາບ:TTXVN)

ເພື່ອສືບຕໍ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນໃຫ້ມີປະສິດທິຜົນ ເມື່ອກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ, ທີ່ກອງປະຊຸມຄະນະຊີ້ນໍາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນຮ່າໂນ້ຍ ເຊິ່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 4 ພຶດສະພາ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຮຽກຮ້ອງບັນດາຄະນະ, ຂະແໜງການສືບຕໍ່ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ພິເສດແມ່ນຢູ່ໂຮງຮຽນ, ໂຮງໝໍແຫ່ງຕ່າງໆ ເມື່ອກັບເຮືອນສູ່ການເຄື່ອນໄຫວເປັນປົກກະຕິຄືນໃໝ່. ທ່ານ ຫງວຽນດຶກຈູງ ກໍຮຽກຮ້ອງໃຫ້ຂະແໜງການສຶກສາ ຕ້ອງສືບຕໍ່ໂຄສະນາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ແກ່ຄູອາຈານ, ນັກຮຽນ, ພະຍາຍາມຮັກສາໄລຍະຫ່າງທີ່ປອດໄພທີ່ສຸດໃນຫ້ອງຮຽນ.

        ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຕິດຕໍ່ກັນໃນໂຮງໝໍ ແລະ ເຂດຊຸມຊົນ, ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮຽກຮ້ອງໃຫ້ໂຮງໝໍແຫ່ງຕ່າງໆ ໝູນໃຊ້ເຕັກໂນໂລຢີ ເພື່ອໃຫ້ປະຊາຊົນສາມາດນັດໂມງກວດສຸຂະພາບ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top