• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ບຸນ​ເຕັດ

ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາ ຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ.
  (ພາບປະກອບ: KTDT)  

ຕາມຕົວເລກຂອງພະແນກການທ່ອງທ່ຽວຮ່າໂນ້ຍ, ຄາດວ່າໃນ 9 ວັນບຸນປະໃໝ່ປະຈຳຊາດປະມະເມຍ (ແຕ່ວັນທີ 14 – 22 ກຸມພາ), ນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1,34 ລ້ານຄົນ, ເພີ່ມຂຶ້ນ 36,3 %ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ຢູ່ລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໃນໂອກາດບຸນເຕັດປີອື່ນໆ. ຍອດລາຍຮັບບັນລຸໄດ້ 4,87 ພັນຕື້ດົງ, ເພີ່ມຂຶ້ນ 40%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025.

ໃນໂຄງປະກອບແຂກທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວສາກົນຄາດວ່າບັນລຸ 217.000 ເທື່ອຄົນ, ເພີ່ມຂຶ້ນຢ່າງແຮງ 55%. ບັນດາຕະຫຼາດສາກົນມີຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດມາ ຮ່າໂນ້ຍ ໃນໂອກາດນີ້ລວມມີ: ຈີນ, ສ.ເກົາຫຼີ, ອິນເດຍ, ຝລັ່ງ, ອັງກິດ, ອາເມລິກາ, ໄຕຫວັນ (ຈີນ), ເຢຍລະມັນ, ຟີລິບປິນ ແລະ ອົດສະຕາລີ. ບັນດາຕົວເລກນີ້ສະແດງໃຫ້ເຫັນວ່າ ຮ່າໂນ້ຍສືບຕໍ່ຢັ້ງຢືນຖານະຕຳແໜ່ງແມ່ນໜຶ່ງໃນບັນດາສະຖານທີ່ນັບພົບດຶງດູດໃຈແຖວໜ້າທົ່ວປະເທດໃນໂອກາດບຸນເຕັດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.

Top