• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມາ​ຮອດ ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ ຢ່າງ​ຈົບ​ງາມ

ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວການທູດຫຼາຍຝ່າຍ, ສາກົນໃຫຍ່ຄັ້ງທຳອິດ ຂອງພັກ ແລະ ລັດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ແທດຈິງກວ່າ, ຖືເປັນສຳຄັນການຮັກສາສັນຕິພາບ, ສ້າງສະພາບແວດລ້ອມແຫ່ງສາກົນ ທີ່ມີສະຖຽນລະພາບ ໃຫ້ແກ່ການພັດທະນາ ແລະ ເຂົ້າຮ່ວມຢາງຕັ້ງໜ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ
ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ຕອນຄ່ຳວັນທີ 21 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນ ໂນ້ຍບ່າຍ, ນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການເດີນທາງໄປເຂົ້າຮ່ວມກອງປະຊຸມສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 18 – 20 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ , ປະທານສະພາສັນຕິພາບກ່ຽວກັບເຂດກາຊາ.

ການເດີນທາງໄປປະຕິບັດງານແມ່ນການເຄື່ອນໄຫວການທູດຫຼາຍຝ່າຍ, ສາກົນໃຫຍ່ຂັ້ນສູງຄັ້ງທຳອິດຂອງພັກ ແລະ ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ຈັດຂຶ້ນສຳເລັດຜົນຢ່າງຈົບງາມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ແລກປ່ຽນກັບການນຳຂັ້ນສູງບັນດາປະເທດ, ໃນນັ້ນ ມີການຂອງບັນດາປະເທດຢູ່ພາກພື້ນ ຕາເວັນອອກກາງ ແລະ ບັນດາປະເທດ ຢູ່ພາກພື້ນອື່ນໆເຂົ້າຮ່ວມກອງປະຊຸມ.

ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວການທູດຫຼາຍຝ່າຍ, ສາກົນໃຫຍ່ຄັ້ງທຳອິດ ຂອງພັກ ແລະ ລັດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ແທດຈິງກວ່າ, ຖືເປັນສຳຄັນການຮັກສາສັນຕິພາບ, ສ້າງສະພາບແວດລ້ອມແຫ່ງສາກົນ ທີ່ມີສະຖຽນລະພາບ ໃຫ້ແກ່ການພັດທະນາ ແລະ ເຂົ້າຮ່ວມຢາງຕັ້ງໜ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ປະກອບສ່ວນຍົກສູງລະດັບດການທູດດ້ວຍຈິດໃຈຢ່າງໝັ້ນໃຈ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດ ແລະ ຄວາມຮັບຜິດຊອບຍິ່ງໃຫຍ່ກວ່າສຳລັບສັນຕິພາບ ແລະ ການພັດທະນາຂອງໂລກໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.

Top