• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດທີ 2 ກັນ​ຍາ

ດ້ວຍບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງ ທີ່ອຸດົມສົມບູນໄດ້ຮັບການຈັດຂຶ້ນຄື: ທັດສະນະທ່ອງທ່ຽວ, ຖະຫວາຍທູບທຽນຢູ່ບັນດາເຂດຮ່ອງຮອຍວິຫານ ກວນແທັງ, ວິຫານ ຖຸຍຈຸງຕຽນ, ສາລາ ອານຈີ; ເຂດວາງສະແດງ ອາຫານການກິນ ຮ່າໂນ້ຍເດີມ...
(ພາບປະກອບ: TTXVN)
ນັບແຕ່ວັນທີ 30 ສິງຫາ ຫາວັນທີ 2 ກັນຍາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ບາດິ່ງຈັດຂຶ້ນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວວັດທະນະທຳ, ປະຫວັດສາດຮ່າໂນ້ຍ 2025 ດ້ວຍຫົວຂໍ້ “ສີແດງບາດິ່ງ”, ຢູ່ຖະໜົນຄົນຍ່າງ ຈຸກແບກ ແລະ ບັນດາສະຖານທີ່ຮ່ອງຮອຍປະຫວັດສາດຢູ່ໃກ້ຄຽງ, ຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ 2 ກັນຍາ. ດ້ວຍບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງ ທີ່ອຸດົມສົມບູນໄດ້ຮັບການຈັດຂຶ້ນຄື: ທັດສະນະທ່ອງທ່ຽວ, ຖະຫວາຍທູບທຽນຢູ່ບັນດາເຂດຮ່ອງຮອຍວິຫານ ກວນແທັງ, ວິຫານ ຖຸຍຈຸງຕຽນ, ສາລາ ອານຈີ; ເຂດວາງສະແດງ ອາຫານການກິນ ຮ່າໂນ້ຍເດີມ, ເຂດວາງສະແດງ ອາຫານການກິນ ງູ້ຊ້າ, ງານວາງສະແດງວັດທະນະທຳ - ປະຫວັດສາດ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ບັນດາລາຍການສະແດງສິລະປະພື້ນເມືອງ - ຍຸກສະໄໝ ຄື ກາຈູ, ການສະແດງຕາມຖະໜົນ… ຂະແໜງການທ່ອງທ່ຽວນະຄອນຫຼວງມີຄວາມມຸ່ງຫວັງຢາກສ້າງສະຖານທີ່ວັດທະນະທຳ - ການທ່ອງທ່ຽວທີ່ພົ້ນເດັ່ນ, ດຶງດູດໃຈ, ຜ່ານນັ້ນໂຄສະນາພາບພົດຮ່າໂນ້ຍທີ່ມີຫົວຄິດປະດິດສ້າງ, ເຕັມໄປດ້ວຍສີສັນໄປຍັງແຂກທ່ອງທ່ຽວທັງເປັນຈຳນວນຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ເລີ່​ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການຫໍ​ຊຸມ​ຊົນ ຕ້ານ​ນ້ຳ​ຖ້ວມ 100 ຫຼັງ​

ເລີ່​ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການຫໍ​ຊຸມ​ຊົນ ຕ້ານ​ນ້ຳ​ຖ້ວມ 100 ຫຼັງ​

ໂຄງ​ການ​ລົງ​ທຶນ​ກໍ​່​ສ້າງ​ຫໍ​ຊຸມ​ຊົນ​ປະ​ສົມ​ກັບ​ການ​ປ້ອນ​ກັນ, ຕ້ານ​ພາ​ຍຸ​ຢູ່ ບັນ​ດາ​ບ້ານ, ຖະ​ໜົນ​ໃນ​ບໍ​ລິ​ເວນ​ແຂວງ​ດັກ​ລັກ (ໄລ​ຍະ 1) ມີ​ຍອດ​ເງິນ​ລົງ​ທຶນກວ່າ 170 ຕື້​ດົ່ງ (ເກືອບ 6,5 ລ້ານ USD)

Top