• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ຜັນຂະຫຍາຍບັນດາຮູບການຫນູນຊ່ວຍພາຍຫລັງໂລກລະບາດຢ່າງມີໄຫວພິບ

      ໂລກລະບາດໂຄວິດ -19, ການແຍກຫ່າງສັງຄົມ ເຮັດໃຫ້ປະຊາຊົນຫລາຍໆຄົນຢູ່ໃນບໍລິເວນນະຄອນ ຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກ. ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນພາຍຫລັງໂລກລະບາດ, ອຳນາດການປົກຄອງທຸກຂັ້ນຂອງນະຄອນ ພວມຜັນຂະຫຍາຍບັນດາການຫນູນຊ່ວຍຢ່າງແທດຈິງໃຫ້ປະຊາຊົນເທື່ອລະກ້າວ.
ທຸກຂັ້ນ, ຂະແຫນງການ ຂອງນະຄອນຫລວງ ມີຫລາຍມາດຕະການຫນູນຊ່ວຍປຊຊ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. (ພາບ:qdnd.vn)
      ນັບແຕ່ວັນທີ 21 ກັນຍາ ເປັນຕົ້ນໄປ, ນະຄອນ ຮ່າໂນ້ຍ ໄດ້ປະຕິບັດການປ້ອງກັນ ຕ້ານ ໂລກລະບາດໂຄວິດ -19 ຕາມຄຳສັ່ງເລກທີ 15 ຂອງລັດຖະບານ, ຕາມນັ້ນແລ້ວ ບາງການເຄື່ອນໄຫວເສດຖະກິດ ສັງຄົມ ຢູ່ບໍລິເວນນະຄອນ ໄດ້ຮັບການຟື້ນຟູເທື່ອລະກ້າວຕາມສະພາບປົກກະຕິໃຫມ່. ໄລຍະແຍກຫ່າງທີ່ແກ່ຍາວກ່ອນຫນ້ານີ້ ໄດ້ກໍ່ຜົນສະທ້ອນບໍ່ແມ່ນຫນ້ອຍເຖິງປະຊາຊົນນະຄອນຫລວງ. ພິເສດ ສຳລັບຄົນງານຮັບຈ້າງ, ໂລກລະບາດໄດ້ເຮັດໃຫ້ເຂົາເຈົ້າວ່າງງານ, ປະຈຸບັນ ມີຫລາຍຄົນຍັງປະສົບກັບຄວາມຫຍຸ້ງຍາກ. ສະນັ້ນ ພາຍຫລັງໄລຍະແຍກຫ່າງຕາມຄຳສັ່ງເລກທີ 16 ຂອງລັດຖະບານ, ບັນດາເມືອງຍັງສືບຕໍ່ຜັນຂະຫຍາຍຫລາຍໂຄງການຫນູນຊ່ວຍປະຊາຊົນ.
          ຢູ່ ເມືອງ ນາມຕື່ລຽມ, ບັນດາຄົນງານ ແລະ ນັກສຶກສາຕ່າງແຂວງໄດ້ຮັບການຫນູນຊ່ວຍເຄື່ອງໃຊ້ທີ່ຈຳເປັນລວມມູນຄ່າ 400.000 ດົ່ງຈາກອຳນາດການປົກຄອງທ້ອງຖິ່ນ. ຂອງຂວັນແຕ່ລະພູດນັ້ນ ບໍ່ພຽງແຕ່ປະກອບສ່ວນຫນູນຊ່ວຍປະຊາຊົນໃນໄລຍະຫລັງໂລກລະບາດ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອຳນາດການປົກຄອງທີ່ມີຕໍ່ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນນຳອີກ.
         ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ການປະຕິບັດວຽກງານຫນູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ -19 ຕາມບັນດາມະຕິຂອງສູນກາງ ແລະ ຂອງນະຄອນຮ່າໂນ້ຍ ໂດຍບັນດາພະແນກ, ຂະແຫນງການກ່ຽວຂ້ອງ, ບັນດາທ້ອງຖິ່າປະຕິບັດຢ່າງວ່ອງໄວ ດ້ວຍການດັດປັບຢ່າງມີໄຫວພິບເພື່ອໃຫ້ແທດເໝາະກັບແຕ່ລະກໍລະນີ, ເພື່ອແນໃສ່ຮັບປະກັນການຫນູນຊ່ວຍໃຫ້ປະຊາຊົນຢ່າງສູງສຸດ. ທ່ານ ຫງວຽນກວັກແຄງ ຮອງຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
ມີປະຊາຊົນ, ຜູ້ອອກແຮງງານ ບາງກຸ່ມ ຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ -19 ຍັງບໍ່ທັນໄດ້ມີຢູ່ຂໍ້ກຳນົດທີ່ໄດ້ປະກາດໃຊ້ ທາງນະຄອນຈະມີນະໂຍບາຍພິເສດສະເພາະ. ພ້ອມກັນນັ້ນ ນະຄອນ ກໍ່ໄດ້ຊີ້ນຳການໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບເພື່ອຫນູນຊ່ວຍຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19”
          ໃນຊ່ວງເວລາເກີດໂລກລະບາດ, ເດັກນ້ອຍ ກໍ່ແມ່ນເປົ້າໝາຍຖືກຜົນສະທ້ອນບໍ່ແມ່ນຫນ້ອຍ ເປັນຕົ້ນໃນການຮ່ຳຮຽນ. ໂດຍຮູ້ໄດ້ຄວາມຫຍຸ້ງຍາກຂອງນັກຮຽນ ແລະ ພໍ່ແມ່ພວກນ້ອງ, ຄະນະຊາວຫນຸ່ມນະຄອນ ໄດ້ສົມທົບກັບບັນດາອົງການຊາວຫນຸ່ມຂັ້ນຮາກຖານ ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ແລະ ມີຄວາມໝາຍ.
         ຢູ່ ເມືອງ ຮ່ວາງມາຍ, ໂຄງການ “ຊ່ວຍພວກນ້ອງໄປໂຮງຮຽນເພື່ອຜ່ານຜ່າໂລກລະບາດ” ໄດ້ສ້າງຂຶ້ນ ດ້ວຍຈຸດປະສົງຫນູນຊ່ວຍພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນເມືອງ ໄດ້ນຳໃຊ້ອຸປະກອນຮ່ຳຮຽນແບບທາງໄກ. ເອື້ອຍ ຫງວຽນກີ່ງຈາງ, ເລຂາຄະນະຊາວຫນຸ່ມ ເມືອງ ຮ່ວາງມາຍ ໃຫ້ຮູ້ວ່າ:
           “ພວກຂ້າພະເຈົ້າສຳຫລວດກວດກາຢູ່ໃນບໍລິເວນເມືອງ ເພື່ອລວບລວມບັນຊີລາຍຊື່ພວກນ້ອງນັກຮຽນຍັງບໍ່ທັນມີບັນດາອຸປະກອນຮຽນແບບທາງໄກ ຈາກນັ້ນ ຜັນຂະຫຍາຍລາຍການຫນູນຊ່ວຍ ໄອແພດ, ຄອມພິວເຕີໃຫ້ພວກນ້ອງ. ພວກຂ້າພະເຈົ້າລະດົມ ໄອແພດເກົ່າ ແຕ່ຍັງໃຊ້ໄດ້ດີ ແລະ ຮັບເງິນຫນູນຊ່ວຍຈາກບັນດາຜູ້ໃຈບຸນໃຈກຸສົນ. ພວກຂ້າພະເຈົ້າຊື້ ໄອແພດໃຫມ່ໄດ້ 20 ເຄື່ອງ ເພື່ອມອບໃຫ້ພວກນ້ອງ ແລະ ໄລຍະຈະມາເຖິງ ຈະສືບຕໍ່ຮັບເອົາບັນດາອຸປະອນເກົ່າເພື່ອມາຫນູນຊ່ວຍພວກນ້ອງ”
ມອບອຸປະການການຮຽນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ ຢູ່ ເມືອງ ຮ່ວາງມາຍ. (ພາບ:tuoitrethudo.com.vn)
      ການຟື້ນຟູການເຄື່ອນໄຫວຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໃຫມ່ ແມ່ນບັນດາຫນ້າທີ່ສຳຄັນໂດຍນະຄອນ ຮ່າໂນ້ຍ ວາງອອກໃນໄລຍະນີ້. ທີ່ກອງປະຊຸມເທື່ອທີ 2 ຊຸດທີ XVI ຂອງສະພາປະຊາຊົນນະຄອນຫວ່າງແລ້ວນີ້ ນະຄອນໄດ້ຮັບຮອງເອົາມະຕິກ່ຽວກັບການຍົກເວັ້ນ ແລະ ຫລຸດຄ່າຮຽນໃຫ້ນັກຮຽນທຸກຂັ້ນ, ເພີ່ມບັນດາບ້ວງຫນູນຊ່ວຍສັງຄົມ. ນີ້ແມ່ນບັນດານະໂຍບາຍມີຜົນສະທ້ອນໂດຍກົງເຖິງຊີວິດ, ການພັດທະນາເສດຖະກິດສັງຄົມຂອງນະຄອນ ແລະ ໄດ້ຮັບການສະຫນັບສະຫນູນເຫັນດີເຫັນພ້ອມຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຢູ່ນະຄອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top