• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍຫຼາກຫຼາຍສີສັນຜ່ານບັນດາຮູບເງົາ ຂອງຜູ້ກຳກັບການສະແດງສິລະປິນປະຊາຊົນດັ້ງເຢິດມິງ

ໃນຊີວີດເຮັດສິລະປະ, ຊື່ສຽງຮຽງນາມຂອງຜູ້ກຳກັບການສະແດງສິລະປິນປະຊາຊົນດັ້ງເຢິດມິງໄດ້ຕິດພັນກັບບັນດາຮູບເງົາຂອງພື້ນຖານຮູບເງົາຫວຽດນາມ. ໃນຈຳນວນບັນດາຜະລິດຕະພັນຈາກວັນນະຄະດີຕະຫຼອດຮອດຮູບເງົາຂອງທ່ານ, ຫົວເລື່ອງຮ່າໂນ້ຍໄດ້ປະກົດຂຶ້ນແລະຖືກຂຸດຄົ້ນດ້ວຍຫຼາຍແງ່ມູມຫຼາກຫຼາຍສີສັນ ຈາກສະພາບການຂອງປະເທດຊາດຕະຫຼອດຮອດມະນຸດ. ວ່າງແລ້ວນີ້ທ່ານໄດ້ຮັບໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ຍ້ອນບັນດາການອຸທິດສ່ວນອັນດີເດັ່ນໃຫ້ແກ່ຮ່າໂນ້ຍຜ່ານບັນດາຜະລິດຕະພັນຮູບເງົາແລະວັນນະຄະດີທີ່ເຂັ້ມຂົ້ນໄປດ້ວຍຄຸນຄ່າປະຫວັດສາດແລະວັດທະນະທຳມະນຸດ
ຜູ້ກຳກັບການສະແດງ ດັ້ງເຢິດມິງ ໄດ້ຮັບລາງວັນໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16

ລາງວັນໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ເຊິ່ງທ່ານໄດ້ຮັບເມື່ອວັນທີ 5 ຕຸລາທີ່ຜ່ານມາແມ່ນຄວາມເບີກບານໃຈອັນໃຫຍ່ຫຼວງສຳລັບຜູ້ກຳກັບສະແດງດັ້ງເຢິດມິງ. ນີ້ກໍ່ແມ່ນຈຸດເວລາດຳເນີນ “ເດືອນຮູບເງົາດັ້ງເຢິດມິງ”. ຜູ້ກຳກັບການສະແດງດັ້ງເຢິດມີງເປີດເຜີຍວ່າ:

“ຮ່າໂນ້ຍແມ່ນຄວາມຮັກຂ້າພະເຈົ້າແມ່ນແຫ່ງທີ່ຂ້າພະເຈົ້າມີຄວາມຜູ້ກພັນມາເປັນເວລາກວ່າ 60 ປີ. ລາງວັນບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍເຊິ່ງຂ້າພະເຈົ້າໄດ້ຮັບຄັ້ງນີ້ກໍ່ເປັນການຮັບຮູ້ໃຫ້ແກ່ຄວາມຮັກນີ້ໃນຈິດໃຈຂອງຂ້າພະເຈົ້າ. ຄວາມຮັກນີ້ໄດ້ສະແດງອອກຜ່ານຮູບເງົາເຊິ່ງຂ້າພະເຈົ້າໄດ້ສ້າງຂຶ້ນກ່ຽວກັບຮ່າໂນ້ຍ”.

ໃນພາລະກິດຮູບເງົາເຊິ່ງປະກອບດ້ວຍຫຼາຍຮູບເງົາທີ່ມີຊື່ສຽງທັງຢູ່ພາຍໃນປະເທດແລະສາກົນ, ສິລະປິນປະຊາຊົນດັ້ງເຢິດມິງ ໄດ້ມີຮູບເງົາ 5 ເລື່ອງກ່ຽວກັບຮ່າໂນ້ຍແລະຊາວຮ່າໂນ້ຍຄື: “ຮ່າໂນ້ຍຍາມລະດູໜາວປີ 1946”;  “ລະດູໝາກສີດາ”; “ກັບຄືນເມືອ” “ຢ່າຈູດເຜົາ” ແລະໃນມໍ່ໆມານີ້ແມ່ນຮູບເງົາທີ່ມີຊື່ວ່າ  “ດອກຊ້ອນ”.                              

ຮູບເງົາແຕ່ລະເລື່ອງກໍ່ເປັນຂີດໝາຍຄວາມສຳເລັດຜົນຂອງທ່ານອາດຈະເວົາເຖິງຄືຮູບເງົາທີ່ມີຊື່ວ່າ “ຮ່າໂນ້ຍຍາມລະດູໜາວປີ 1946”  ເຊິ່ງໄດ້ຖືກສາຍທີ່ງານມະຫາກຳຮູບເງົາໂຕໂຣນໂຕເມື່ອເດືອນທັນວາປີ 1997 ແລະ ງານມະຫາກຳຮູບເງົາສາກົນສິງກະໂປເມືອເດືອນເມສາປີ 1998. ຮູບເງົາ “ລະດູໝາກສີດາ” ໄດ້ຮັບລາງວັນດອກບົວຄຳທີ່ງານມະໂຫລານຮູບເງົາເມື່ອປີ 2001…ນັກກະວີ ບັງຫວຽດ ປະທານສະພາໃຫ້ຄະແນນແກ່ລາງລາງວັນບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ຖືວ່າ:

“ຈາກຮູບເງົາ “ຮ່າໂນ້ຍຍາມລະດູໜາວປີ 1946” ຕະຫຼອດຮອດບັນດາຮູບເງົາໃນໄລຍະຕໍ່ມາຂອງດັ້ງເຢິດມິງ ກໍ່ລ້ວນແຕ່ສະແດງໃຫ້ເຫັນຄວາມຮັກຮ່າໂນ້ຍຢ່າງເລິກເຊິ່ງ. ຊີວິດຂອງຜູ້ກຳກັບການສະແດງດັ້ງເຢິດມິງໄດ້ຕິດພັນກັບຮ່າໂນ້ຍ ດັ່ງນັ້ນແຕ່ລະແງ່ມູມໃນຮູບຂອງທ່ານກໍ່ລ້ວນແຕ່ມີລົມຫາຍໃຈຂອງຮ່າໂນ້ຍເຊິ່ງໄດ້ເລີ່ມຈາກຄວາມຮກຮ່າໂນ້ຍ”. 

ດັ້ງເຢິດມິງເກີດປີ1938 ຢູ່ແຂວງເທື່ອທຽນເຫວ້. ສຳລັບເຫວ້ແລ້ວທ່ານພຽງດຳລົງຊີວິດໃນຊຸມວັນເດືອນປີຄາວເຍົາໄວ. ໃນຂະນັ້ນທ່ານໄດ້ຕິດພັນກັບຮ່າໂນ້ຍໃນຕະຫຼອດ  60 ປີທີ່ຜ່ານມາ. ຮ່າໂນ້ຍເອງໄດ້ສ້າງເປັນສິລະປິນດັ້ງເຢິດມິງເຊິ່ງແມ່ນຜູ້ປະກອບອາຊີບເຮັດຮູບເງົາ

ໃນຮູບເງົາເລື່ອຕ່າງໆຂອງດັ້ງເຢິດມິງ ຜູ້ຊົມສາມາດເຫັນນະຄອນຫຼວງຮ່າໂນ້ຍໃນໄລຍະກ່ອນນີ້ມີຄວາມສະຫງົບສຸກດ້ວຍຊາວຮ່າໂນ້ຍທີ່ລື້ງເຄີຍ. ສຳລັບທ່ານແລ້ວ ເມື່ອເຮັດຮູບເງົາກ່ຽວກັບຮ່າໂນ້ຍ ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງເວົ້າເຖິງທາງໃນຂອງຊາວຮ່າໂນ້ຍຢັ້ງຢືນຄວາມງາມທາງດ້ານຈິດວິນຍານຂອງຊາວຮ່າໂນ້ຍ. ຜູ້ກຳກັບການສະແດງ ດັ້ງເຢິດມິງ ໄດ້ແບ່ງປັນກ່ຽວກັບດອກຊ້ອນເຊິ່ງແມ່ນຂອງຂວັນທີ່ທ່ານໄດ້ສະຫງວນໃຫ້ແກ່ຮ່າໂນ້ຍເມື່ອມີອາຍຸ 80 ປີປາຍວ່າ

:”ນີ້ແມ່ນຮູບເງົາທີ່ເວົ້າເຖິງຊາວຮ່າໂນ້ຍ ເຊິ່ງແມ່ນບັນດາຜູ້ທີ່ໃນແຕ່ລະວັນພວກເຮົາໄດ້ພົບຢູ່ຕາມຖະໜົນຫົນທາງດ້ວຍຄວາມສຸກຄວາມໂສກເສົ້າຄາມເປັນຫວ່ງເປັນໄຍໃນຊີວິດ. ເຂົາເຈົ້າແມ່ນບັນດາຜູ້ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກຂ້າພະເຈົ້າເພື່ອສາມາດສ້າງຮູບເງົານີ້ໄດ້”.

ດ້ວຍຄວາມຜູກພັນ ຄວາມເຂົ້າໃຈ ແລະ ຄວາມຮັກຮ່າໂນ້ຍເປັນເວລາ 60 ປີ, ອະນຸສອນເຫຼົ່ານັ້ນໄດ້ເຮັດໃຫ້ທ່ານມີຄວາມສະດຸ້ງໃຈແລະທ່ານໄດ້ສະແດງອອກຜ່ານບັນດາຮູບເງົາຂອງທ່ານໃນນັ້ນຮ່າໂນ້ຍຖືກວາດພາບແບບລຽບງ່າຍແຕ່ປຽບເໝືອນຮູບພາບຫຼາກຫຼາຍສີສັນເຮັດໃຫ້ຜູ້ຊົມຢາກຄົ້ນຫາຊອກຮູຄວາມງາມທີ່ຊ້ອນແຝງຢູ່ພາຍໃນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top