• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ານາມ: ໄຂສັບປະດາວັດທະນະທຳ - ທ່ອງທ່ຽວ 2023

ຮ່ານາມ ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນເປັນແບບຢ່າງໃຫ້ແກ່ການພົວພັນຮ່ວມມືມິດຕະພາບ ຍີ່ປຸ່ນ - ຫວຽດນາມ...
  ການວາງສະແດງສິລະປະທີ່ງານບຸນ  

ຕອນຄ່ຳວັນທີ 14 ພຶດສະພາ, ເຂດປູຊະນີຍະສະຖານທິວທັດທຳມະຊາດ ຕາມຈຸກ, ເມືອງ ກິມບ໊າງ, ແຂວງ ຮ່ານາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີໄຂສັບປະດາວັດທະນະທຳ  - ທ່ອງທ່ຽວແຂວງ ຮ່ານາມ 2023, ເຫດການເພື່ອຕອບສະໜອງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ  (1973 -1923).

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈືອງກວັກຮຸຍ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ຮ່ານາມ, ເນັ້ນໜັກວ່າ:

        ເມື່ອເຂົ້າຮ່ວມສັບປະດາວັດທະນະທຳ ທ່ອງທ່ຽວແຂວງ ຮ່ານາມ ປີ 2023, ບັນດາຜູ້ແທນ ແລະ ແຂກທ່ອງທ່ຽວ ໄດ້ລົງຕົວຈິງຜ່ານການເຄື່ອນໄຫວວັດທະນະທຳກິລາທ່ອງທ່ຽວທີ່ເປັນເອກະລັກສະເພາະ 12 ລາຍການການຈັດບັນດາເຫດການດ້ວຍຂອບຂະໜາດໃຫຍ່ຄຸນນະພາບໃນຂອບເຂດສັບປະດາວັດທະນະທຳທ່ອງທ່ຽວ ຮ່ານາມ ປີນີ້ ບໍ່ພຽງແຕ່ເພື່ອຍູ້ແຮງການໂຄສະນາດຶງດູດການທ່ອງທ່ຽວເທົ່ານັ້ນ ຫາກຍັງສ້າງກາລະໂອກາດ ເພື່ອໃຫ້ບັນດານັກລົງທຶນມາອກຫາຂຸຄົ້ນການລົງທຶນ ແລະ ພັດທະນາການທ່ອງທ່ຽວຢູ່ແຂວງ ຮ່ານາມ ອີກດ້ວຍບັນດາໝາກຜົນຂອງການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ ລະຫວ່າງແຂວງ ຮ່ານາມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ໄດ້ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືນ້ຳໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງກ່ວາອີກ”.

        ສ່ວນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ຖືວ່າ: ຮ່ານາມ ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນເປັນແບບຢ່າງໃຫ້ແກ່ການພົວພັນຮ່ວມມືມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຮ່ານາມ ໄດ້ປະຕິບັດບັນດາຄຳໝັ້ນສັນຍາເພື່ອດຶງດູດການລົງທຶນຂອງວິສາຫະກິດ ຍີ່ປຸ່ນ ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ, ຫຼາຍວິສາຫະກິດ ຍີ່ປຸ່ນ ໄດ້ ແລະ ພວມເຄື່ອນໄຫວໃນສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າການນຳພັກ, ລັດ ມອບຂໍ້ຕົກລົງຢັ້ງຢືນ ຂອງປະເສີດ 2 ຢ່າງຂອງຊາດໃຫ້ແກ່ແຂວງ ຮ່ານາມ. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກໍ່ມອບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ 4 ແຫ່ງໃຫ້ແກ່ແຂວງ ຮ່ານາມ ອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top