• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ແຮງ​ຮ່ວ​ມ​ໃຈ​ປົກ​ປ້ອງ​​ເດັກ ​ແລະ ​ແມ່ຍິງ​ ຢູ່​ເຂດ​ແຍກ​ຕົວ​ແຫ່ງ​ຕ່າງໆ

ວັນທີ 03 ພຶດສະພາ, ກອງທຶນເພື່ອເດັກ ສປຊ (UNICEF) ປະຈໍາ ຫວຽດນາມ, ອົງການ ສປຊກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN WOMEN) ປະຈໍາ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ອອກແຈ້ງການສື່ມວນຊົນຮ່ວມກ່ຽວກັບການປົກປ້ອງເດັກ ແລະ ແມ່ຍິງທີ່ຢູ່ໃນເຂດແຍກຕົວແຫ່ງຕ່າງໆ.

ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢູ່ ໂຮງໝໍເມືອງດົ່ງວັນ, ແຂວງຮ່າຢາງ (ພາບ: TTXVN)

ແຈ້ງການດັ່ງກ່າວໄດ້ເນັ້ນໜັກວ່າ ເດັກນ້ອຍ ແລະ ແມ່ຍິງນັບພັນຄົນຢູ່ເຂດແຍກຕົວແຫ່ງຕ່າງໆໃນທົ່ວປະເທດ ໄດ້ຮັບປະກັນຄວາມປອດໄພ ຍ້ອນບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ, UNICEF ແລະ UN WOMENໃນສະພາບການເກີດໂລກລະບາດໂຄວິດ - 19. ບັນດາຄໍາບອກເຕືອນ ແລະ ຂໍ້ແນະນໍາ ເພື່ອແນໃສ່ໜູນຊ່ວຍສຸຂະພາບຈິດຕະສາດ ສໍາລັບເດັກ, ຜູ້ທີ່ຍັງບໍ່ເຖິງອາຍຸກະສຽນ ກໍໄດ້ຮັບການສະໜອງ ແນໃສ່ປົວແປງຄຸນນະພາບຊີວິດການເປັນຢູ່ໃນເຂດແຍກຕົວແຫ່ງຕ່າງໆ.

        ທ່ານດັ້ງຮວານາມ, ຫົວໜ້າກົມ ເດັກ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຢັ້ງຢືນວ່າ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ລັດຖະບານຫວຽດນາມ ໄດ້ຖືຊີວິດອິນຊີຂອງປະຊາຊົນຂຶ້ນແຖວໜ້າ, ພິເສດແມ່ນເດັກ ແລະ ແມ່ຍິງ ເປັນບຸລິມະສິດແຖວໜ້າ; ເດັກ ແລະ ແມ່ຍິງໄດ້ຮັບການສະໜອງຂໍ້ມູນ, ຄວາມຮູ້, ທັກສະຕ່າງໆ, ໄດ້ຮັບການລະດົມກໍາລັງໃຈ ແລະ ການໜູນຊ່ວຍຢ່າງຄົບຖ້ວນ. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top