• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ມື​ກັນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ ສືບ​ຕໍ່​ແມ່ນ​ຈຸດ​ປະ​ກາຍ​ແຈ້ງ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ເນັນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນຈຸດປະກາຍແຈ້ງໃນການພົວພັນສອງຝ່າຍ.
ທ່ານພົນເອກ ຢານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ (ພາບ: VOV)

ຕອນບ່າຍວັນທີ 2 ພະຈິກ, ຢູ່ສຳນັກງານກະຊວງປ້ອງກັນປະເທດ (ຮ່າໂນ້ຍ), ທ່ານພົນເອກ ຢານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ ໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ເນັນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນຈຸດປະກາຍແຈ້ງໃນການພົວພັນສອງຝ່າຍ. ໃນນັ້ນ, ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ, ທາດຜິດເຄມີພາຍຫຼັງສົງຄາມ, ຫວຽດນາມ ໄດ້ຕີລາຄາສູງເລື່ອງອາເມລິກາ ປະກາດບ້ວງເງິນໜູນຊ່ວຍໃໝ່ທີ່ມີມູນຄ່າ 130 ລ້ານ USD ສະຫງວນໃຫ້ແກ່ໂຄງການກຳຈັດມົນລະຜິດ ດີໂອຊິນ ຢູ່ເຂດສະໜາມບິນ ບຽນຮ່ວາ, ຍົກລະດັບບ້ວງເງິນຊ່ວຍເຫຼືອລ້າຂອງ ລັດຖະບານ ອາເມລິກາ ໃຫ້ແກ່ ຫວຽດນາມ ຂຶ້ນເຖິງ 430 ລ້ານ USD.

ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮ່ວມມືການທະຫານ, ພົນທັບ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ເສນາຮັກ, ໜູນຊ່ວຍດ້ານມະນຸດສະທຳ/ກູ້ເອົາກູ້ຊີບໄພພິບັດ, ການປ້ອງກັນທາງອິນເຕີເນັດ, ປົກປັກຮັກສາ ສັນຕິພາບ ສປຊ… ສືບຕໍ່ສົມທົບກັນໃນບັນດາກົນໄກດ້ານປ້ອງກັນຊາດຫຼາຍຝ່າຍ. ທ່ານພົນເອກ ຟານວັງຢາມ ປາດຖະໜາຢາກ ໃຫ້ອາເມລິກາ ສືບຕໍ່ໜູນຊ່ວຍກະຊວງປ້ອງກັນປະເທດ ຫວຍດນາມ ໃນການບຳລຸງສ້າງ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ແບ່ງປັນບົດຮຽນປະສົບການໃນຂົງເຂດຄວາມປອດໄພທາງອິນເຕີເນັດ. ຫວຽດນາມ ພ້ອມແລ້ວທີ່ຈະເຊີນບັນດານາຍທະຫານ ອາເມລິກາ ມາຮຽມ ພາສາຫວຽດ ແລະ ເຂົ້າຮ່ວມຊຸດອົບຮົບເຈົ້າໜ້າທີ່ ປ້ອງກັນຊາດສາກົນຢູ່ ຫວຽດນາມ. ຢູ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top