• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືໂຄສະນາ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ ຕິດພັນກັບການແຂ່ງລົດ F1

      ວັນທີ 21 ກຸມພາ ທີ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລະ Vietnam Grand Prix (VGPC) ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະປີ 2020 – 2025 ກ່ຽວກັບການໂຄສະນາ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ ຕິດພັນກັບການແຂ່ງລົດ Formula 1 (F1). 
            ຕາມຂໍ້ຕົກລົງແລ້ວ, 2 ຝ່າຍຈະດຳເນີນບັນດາການເຄື່ອນໄຫວເພີ່ມທະວີການໂຄສະນາທ່ອງທ່ຽວ ຫວຽດນາມ ແລະ ການແຂ່ງລົດ F1 ຜ່ານບັນດາພາຫະນະສື່ມວນຊົນ. 2 ຝ່າຍຮ່ວມມືກັນເຂົ້າຮ່ວມບາງງານຕະຫລາດນັດ ແລະ ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ຕ່າງປະເທດ; ພົບປະກັບສື່ມວນຊົນສາກົນປະຈຳປີໃນຂອບເຂດການແຂ່ງລົດ F1 ຢູ່ ຫວຽດນາມ.

ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະປີ 2020 – 2025 ກ່ຽວກັບການໂຄສະນາ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ ຕິດພັນກັບການແຂ່ງລົດ F1 (ພາບ: qdnd.vn)
      ເຫດການແຂ່ງລົດ F1 ຈະແມ່ນພື້ນຖານສຳຄັນ ເພື່ອໃຫ້ ຫວຽດນາມ ມີຜະລິດຕະພັນການທ່ອງທ່ຽວໃໝ່, ການທ່ອງທ່ຽວທີ່ຕິດພັນກັບເຫດການກິລາໃຫຍ່. ພິເສດ, ເລື່ອງຢັ້ງຢືນຈັດຕັ້ງການແຂ່ງລົດ F1 ຢູ່ ຮ່າໂນ້ຍ ໃນເດືອນ ເມສາ 2020 ໃນສະພາບການທີ່ຂະແໜງທ່ອງທ່ຽວທົ່ວໂລກພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ Covid-19 ແມ່ນສານທີ່ມີຄວາມໝາຍກ່ຽວກັບສະຖານທີ່ທ່ອງທ່ຽວປອດໄພ, ຈັບອົກຈັບໃຈ ແລະ ມີຄຸນຄ່າສຳລັບເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top