• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບ​ແບບ​ການ​ເຕີ​ບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030: ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ເຫັນ​ເປັນ​ດີ​ຈີ​ຕອນ​ເປັນ​ເສົາ​ຄ້ຳ

ຮູບແບບການເຕີບໂຕໃໝ່ຂອງ ຫວຽດນາມໃນໄລຍະ 2026 – 2030, ກຳນົດທິດຮອດປີ 2045 ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແມ່ນເສົາຄ້ຳ. ນີ້ແມ່ນຂໍ້ລິເລີ່ມຂອງບັນດານັກຊ່ຽວຊານເສດຖະກິດ, ນັກວິທະຍາສາດ, ນັກຄຸ້ມຄອງ, ວິສາຫະກິດຢູ່ເວທີປາໄສວິສາຫະກິດ ດ້ວຍຫົວຂໍ້ “ກຳນົດຮູບແບບການເຕີບໂຕໃໝ່ໃຫ້ແກ່ ຫວຽດນາມ ໃນໄລຍະ 2026 – 2030, ກຳນົດທິດຮອດປີ 2045” ທີ່ຈັດຂຶ້ນໃນວັນທີ 15 ກໍລະກົດ ຢູ່ຮ່າໂນ້ຍ.
ເວທີປາໄສວິສາຫະກິດ ດ້ວຍຫົວຂໍ້ “ກຳນົດຮູບແບບການເຕີບໂຕໃໝ່ໃຫ້ແກ່ ຫວຽດນາມ ໃນໄລຍະ 2026 – 2030, ກຳນົດທິດຮອດປີ 2045”

ໃນ ໄລຍະ 5 ປີຈະມາເຖິງ, ຫວຽດນາມ ຄວນຍູ້ໄວ ແລະ ເພີ່ມປະສິດທິຜົນຂອງການຫັນປ່ຽນຈາກການລົງທຶນກ່ຽວກັບຈຳນວນມາເປັນການລົງທຶນທີ່ມີຄຸນນະພາບ, ຜັນຂະຫຍາຍບັນດາມາດຕະການເພື່ອເພີ່ມທະວີຄຸນນະພາບໃນການພັດທະນາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຢີ.

ຄວາມຈຳເປັນຕ້ອງປ່ຽນແປງຮູບແບບການເຕີບໂຕ

ຕາມບັນດານັກຊ່ຽວຊານ, ນັກວິທະຍາສາດແລ້ວ, ຮູບແບບການເຕີບໂຕເກົ່າ ຫຼືຍັງຖືກເອີ້ນວ່າຮູບແບບການເຕີບໂຕຕາມລວງກ້ວາງ ໂດຍອີງຕາມການເພີ່ມຈຳນວນບັນດາປັດໄຈຄື: ທຶນຮອນ, ແຮງງານ ແລະ ຊັບພະຍາກອນທຳມະຊາດ ພວມປະກອບສ່ວນສ້າງບັນດາຜົນສຳເລັດພັດທະນາທີ່ພົ້ນເດັ່ນໃນໄລຍະ ສາມທົດສະວັດຜ່ານມາ, ນຳຫວຽດນາມ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັກສາທ່າເຕີບໂຕດ້ານເສດຖະກິດເປັນປົກກະຕິ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.  ເຖິງຢ່າງໃດກໍຕາມ, ບັນດາກຳລັງໜູນການເຕີບໂຕຄື ຄ່າແຮງງານຕ່ຳ, ແຫຼ່ງເງິນລົງທຶນກ້ອນໃຫຍ່ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງພວມຄ່ອຍໆອ່ອນແອລົງ. ວິສາຫະກິດ ຫວຽດນາມ ຍາກທີ່ຈະເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ. ທ່ານປ.ອ ດັ່ງຊວັນແທັງ, ຮອງປະທານສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

3 ກຳລັງໜູນການເຕີບໂຕຂອງ 30 ປີຜ່ານມາຄື: ຄ່າແຮງງານຕ່ຳ, ເງິນລົງທຶນກ້ອນໃຫຍ່ ແລະ ການເຊື່ອມໂຍງເຂົ້າກັບຕະຫຼາດໂລກ ພວມຄ່ອຍໆຫຼຸດປະສິດທິພາບລົງ, ການເຕີບໂຕຍັງອີງຕາມການລົງທຶນຫຼາຍ ແຕ່ປະສິດທິຜົນໃນການນຳໃຊ້ທຶນນັບມື້ນັບຊ້າລົງ. ສະມັດຕະພາບແຮງງານຂອງ ຫວຽດນາມ ໃນປັດຈຸບັນຍັງເທົ່າກັບສ່ວນນ້ອຍໜຶ່ງເມື່ອທຽບໃສ່ບັນດາປະເທດ ໃນພາກພື້ນຄື: ສິງກະໂປ, ມາເລເຊຍ ຫຼືໄທ. ລະບົບມູນຄ່າທົ່ວໂລກເຊິ່ງ ຫວຽດນາມ ເຂົ້າຮ່ວມສ່ວນຫຼາຍນອນຢູ່ປະເພດທີ່ມີມູນຄ່າຕ່ຳ. ໝາກຜົນແມ່ນພື້ນຖານເສດຖະກິດຫວຽດນາມ ຍັງບໍ່ທັນບຸກທະລຸ.

ຕໍ່ໜ້າສະພາບການນັ້ນ, ຫວຽດນາມ ຕ້ອງສ້າງຮູບແບບໃໝ່ເພື່ອຫຼຸດພົ້ນອອກຈາກຂໍ້ຈຳກັດເກົ່າ ຫຼື ສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງ. ຮູບແບບການເຕີບໂຕໃໝ່ບໍ່ພຽງແຕ່ແມ່ນກຳນົດທິດໄລຍະຍາວ ຫາກຍັງຕ້ອງຫັນບັນດານະໂຍບາຍເປັນລະອຽດ, ມີໂຄງການກະທຳຢ່າງຈະແຈ້ງ ແລະ ມີຄວາມເປັນໄປໄດ້ສູງ

ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນແມ່ນເສົາຄ້ຳ

ຮູບແບບການເຕີບໂຕໃນໄລຍະຈະມາເຖິງຕ້ອງໄດ້ອອກແບບຄື ໂຄງປະກອບຫຼາຍພາກສ່ວນ, ຫຼາຍແງ່ມູນ, ລວມທັງປັດໄຈເສດຖະກິດ,ເຕັກໂນໂລຢີ, ສິ່ງແວດລ້ອມ ແລະ ສັງຄົມ.

ຈຸດສູມຂອງຮູບແບບການເຕີບໂຕໃໝ່ນັ້ນແມ່ນສະມັດຕະພາບ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. 3 ກຸ່ມຂະແໜງອາດສາມາດນຳໜ້າໃນຮູບແບບການເຕີບໂຕໃໝ່ລວມມີ: ເຕັກໂນໂລຢີດີຈີຕອນ ແລະ ປັນຍາປະດິດ, ພະລັງງານສີຂຽວ ແລະ ການຫັນເປັນສີຂຽວ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງລະດັບສູງ. ທ່ານຮອງສາດສະດາຈານ, ປ.ອ ບຸຍກ໋ວາງຕວັນ, ຮອງປະທານສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ ຖືວ່າ

ການເຕີບໂຕສີຂຽວ, ເສດຖະກິດສີຂຽວຄືກຳລັງໜູນໃໝ່ໃຫ້ແກ່ຮູບແບບການເຕີບໂຕ. ໄປຄຽງຄູ່ກັບຮູບແບບຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດສີຂຽວຈະສ້າງບັນດາກຳລັງໜູນຂອງຮູບແບບການເຕີບໂຕໃໝ່ໃຫ້ແກ່ໄລຍະໃໝ່… ເສດຖະກິດສີຂຽວ ແມ່ນໜຶ່ງໃນບັນດາເສົາຄ້ຳເພື່ອພັດທະນາເສດຖະກິດແບບຍືນຍົງ, ມີສັງຄົມ, ມີສິ່ງແວດລ້ອມ, ມີລະບອບລະບຽບການອີກດ້ວຍ. ການເຕີບໂຕສີຂຽວ, ເສດຖະກິດສີຂຽວໃນນັ້ນລວມມີການຫັນເປັນດີຈີຕອນ, ພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ດັ່ງນັ້ນ, ການເຕີບໂຕສີຂຽວ, ເສດຖະກິດສີຂຽວ ຕ້ອງຕິດພັນກັບການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.

ໃນໄລຍະຈະມາເຖິງ, ຫວຽດນາມ ກໍ່ຕ້ອງໃຫ້ບຸລິມະສິດການລົງທຶນ, ພັດທະນາການຫັນເປັນດີຈີຕອນ ແລະ ເສດຖະກິດຂໍ້ມູນ, ສ້າງໂຄງປະກອບລະບົບສະໜອງຄືນໃໝ່ເພື່ອສວຍໃຊ້ທ່າອ່ຽງຫັນປ່ຽນທົ່ວໂລກ. ທ່ານສາດສະດາຈານ, ປ.ອ ເຈິ່ນເທາະດາດ, ປະທານສະພາວິທະຍາສາດ ແລະ ບຳລຸງສ້າງ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຖືວ່າ:

ວິທີການເຕີບໂຕຂອງ ຫວຽດນາມ ຕ້ອງອີງຕາມວິທີການເຕີບໂຕດີຈີຕອນ, ການເຕີບໂຕອີງຕາມວິທະຍາສາດເຕັກໂນໂລຢີ. ການພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງຄົບຊຸດ, ທັນສະໄໝ ແລະ ປອດໄພ, ຮັດແຄບໄລຍະຫ່າງທາງດ້ານດີຈີຕອນລະຫວ່າງບັນດາເຂດພາກ ເພື່ອມີພື້ນຖານເສດຖະກິດດີຈີຕອນພັດທະນາແບບກວມລວມ ແລະ ຮອບດ້ານ.

ໃນຮູບແບບການເຕີບໂຕໃໝ່, ລັດສວມບົດບາດກຳນົດທິດ, ນຳພາຜ່ານບັນດາໂຄງການລະດັບຊາດ ກ່ຽວກັບວິທະຍາສາດ ເຕັກໂນໂລຢີ. ທ່ານຮອງສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໃຫ້ຮູ້ວ່າ:

ຫວຽດນາມ ກຳນົດປັດໄຈວິທະຍາສາດເຕັກໂນໂລຢີແມ່ນກຳລັງໜູນຫຼັກໃນການຫັນປ່ຽນຮູບແບບການເຕີບໂຕ. ກຳນົດບັນດາຂະແໜງ, ຂົງເຂດຕ້ອງຊຸກຍູ້ພິເສດເພື່ອຫັນປ່ຽນໂຄງປະກອບເສດຖະກິດ, ຮູບແບບການເຕີບໂຕໃໝ່.

ຮູບແບບການເຕີບໂຕໃນໄລຍະຈະມາເຖິງປະສົມປະສານກັບຫຼາຍປັດໄຈ, ນັບແຕ່ປັດໄຈເສດຖະກິດ, ເຕັກໂນໂລຢີຕະຫຼອດຮອດສິ່ງແວດລ້ອມ ແລະ ສັງຄົມ. ຮູບແບບການເຕີບໂຕໃໝ່ເມື່ອເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນຈະນຳ ຫວຽດນາມພັດທະນາໂດຍໂວ ແລະ ຍືນຍົງ, ວັດທະນາຖາວອນ ໃນປີ 2045.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top