ຂ່າວສານ
ຮູບເງົາ ຫວຽດນາມ ຢັ້ງຢືນສີສັນ ແລະ ການມີໜ້າຢູ່ງານມະໂຫລານຟິມຮູບເງົາ ແລະ ຕະຫຼາດຮູບເງົາສາກົນເທື່ອລະກ້າວ
ນີ້ແມ່ນເວທີປາໄສດ້ານວິຊາການ ແລະ ວິຊາຊີບ ພ້ອມກັນຫວນຄືນວິວັດແຫ່ງການພັດທະນາຂອງຮູບເງົາ ຫວຽດນາມ ນັບແຕ່ ກິດຈະການປ່ຽນແປງໃໝ່ເມື່ອປີ 1986; ຮັບຮູ້ກາລະໂອກາດ ແລະ ສິ່ງທ້າທາຍທີ່ວາງອອກໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ແລະ ການຫັນປ່ຽນຢ່າງແຮງຂອງຂະແໜງອຸດສາຫະກຳສຽງແລະພາບ (Audiovisual)ທົ່ວໂລກ.
ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:
“ໄລ່ຮອດເດືອນ ຕຸລາ 2026, ບັນດາກົນໄກທັງໝົດຈະໄດ້ຮັບການປັບປຸງໃນກົດໝາຍວ່າດ້ວຍຮູບເງົາ ກໍຄືດຳສະບັບຕ່າງໆເພື່ອຜັນຂະຫຍາຍກົດໝາຍວ່າຮູບເງົາ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຮອດເດືອນ ທັນວາ 2026, ການປ່ຽນແປງທັງໝົດຂອງຮູບເງົາ ຈະຫັນໄປສູ່ບາດກ້າວໃໝ່, ຈະແຈ້ງກວ່າ, ສະດວກກວ່າໃຫ້ແກ່ວຽກງານພັດທະນາຮູບເງົາ ຫວຽດນາມ, ໃນນັ້ນ ມີການດຶງດູດທຸກແຫຼ່ງກຳລັງ, ສົ່ງເສີມທຸກຂະບວນວິວັດກ່ຽວກັບການເຜີຍແຜ່ຜະລິດຟິມຮູບເງົາຈະໄດ້ຮັບການຍູ້ແຮງກວ່າ ແລະ ການໂຄສະນາຟິມຮູບເງົາ ຫວຽດນາມ ຢູ່ຕ່າງປະເທດກໍ່ຫຼາຍກວ່າອີກ”.






