• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ຮີບເຮັ່ງຜັນຂະຫຍາຍ, ປະຕິບັດສຳເລັດບັນດາໂຄງການ, ກິດຈະກຳຮັບໃຊ້ກອງປະຊຸມ APEC 2027 ນີ້ແມ່ນຄຳຮຽກຮ້ອງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມກັບການນຳແຂວງ ອານຢາງ ໃນວັນທີ 14 ພະຈິກ, ຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງ ຮ່າໂນ້ຍ, ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງຮັບໃຊ້ສັບປະດາຂັ້ນສູງ APEC 2027, ຄາດວ່າຈະດຳເນີນຢູ່ເຂດພິເສດ ຝຸກວັກ (ແຂວງອານຢາງ) ໃນປີ 2027. ໂດຍຖືວ່າ ຍັງມີວຽກງານເປັນຈຳນວນຫຼາຍໃນສະເພາະໜ້າ, ດັ່ງນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ. ກ່ຽວກັບໂຄງການປັບປຸງທິວທັດທຳມະຊາດຢູ່ເຂດພິເສດຝຸກວັກ, ທ່ານນາຍົກລັດຖະມົນຕີ ຊີ້ນຳຕ້ອງຮັບປະກັນ “ສະຫວ່າງ, ຂຽວ, ສະອາດ, ງາມຕາ”. ທາງແຂວງອານຢາງ ຕ້ອງເປັນເຈົ້າຂອງການລົງທຶນປະຕິບັດດ້ວຍຈິດໃຈນີ້ແມ່ນໜ້າທີ່ການຕ່າງປະເທດ, ເພື່ອໃຫ້ແຂກສາກົນເຫັນໄດ້ທຳມະຊາດທີ່ສວຍສົດງົດງາມຂອງປະເທດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ແນະ​ນຳ​ບັນ​ດາ​ຜູ້​ຄົນ​ມີ​ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ

ບຸ​ລິ​ມະ​ສິດ​ແນະ​ນຳ​ບັນ​ດາ​ຜູ້​ຄົນ​ມີ​ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ

ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານ ເຈິ່ນເກິມຕູຜູ້ປະຈຳການຄະນະເລຂາສູນກາງພັກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມ.

Top