• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮາກຖານແນວພັນກຸ້ງບັນລຸມາດຖານປອດໂລກລະບາດແຫ່ງທຳອິດຢູ່ຫວຽດນາມຕາມການກຳນົດຂອງອົງການ OIE

      ຕອນເຊົ້າວັນທີ 25 ພະຈິກ, ຢູ່ແຂວງ ບາກລຽວ, ກົມສັດຕະວະແພດ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ປະກາດຂໍ້ຕົກລົງຮັບຮອງເອົາຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ຢູ່ຕາແສງ ຍ່າມາດ, ນະຄອນບາກລຽວ, ບັນລຸມາດຖານປອດໂລກລະບາດ ຕາມຂໍ້ກຳກົດຂອງອົງການສັດຕະວະແພດໂລກ (OIE).

ຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ບັນລຸມາດຖານປອດໂລກລະບາດ
(ພາບ: laodong.vn)
      ນີ້ແມ່ນຮາກຖານທຳອິດ ແລະ ໜຶ່ງດຽວຢູ່ຫວຽດນາມ ບັນລຸມາດຖານທີ່ເຄັ່ງຄັດນີ້.
        ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ແລ້ວ: ນັບແຕ່ປີ 2015, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ນຳຢ່າງຂ້ຽວຂາດ ແລະ ມອບໃຫ້ກົມສັດຕະວະແພດ ເປັນເຈົ້າການສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງບາກລຽວ ໜູນຊ່ວນກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ຈັດຕັ້ງການສ້າງລະບົບລ້ຽງກຸ້ງປອດໂລກລະບາດໃນບໍລິເວນແຂວງ.
        ມາຮອດປະຈຸບັນ, ພາຍຫຼັງມານະພະຍາຍາມປະຕິບັດເປັນເວລາ 2 ປີ, ຮາກຖານແນວພັນກຸ້ງຂອງກຸ່ມບໍລິສັດຫວຽດນາມ - ອົດສະຕາລີ ໄດ້ຕອບສະໜອງມາດຖານ ປອດໂລກລະບາດ ຕາມການກຳນົດຂອງອົງການ OIE.
 (ແຫຼ່ງຄັດຈາກ VOV)
 

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top