• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທາງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແມ່ນ​​ຂໍ້​ມູນຂ່າວ​ທີ່​ຊັດ​ເຈນ, ນຳ​ພາ

ຕອນບ່າຍວັນທີ 12 ມັງກອນ, ຢູ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກ 58 ຖະໜົນກວານຊື໊, ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດກອງປະຊຸມເຊື່ອມຊຶມວຽກງານໂຄສະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກເຖິງບັນດາຫົວໜ່ວຍວິຊາການ ແລະ ບັນດານັກຂ່າວ, ບັນນາທິການເຂົ້າຮ່ວມວຽກງານໂຄສະນາກ່ຽວກັບກອງປະຊຸມໃຫຍ່.
ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ເປັນເຈົ້າການສ້າງແຜນການໂຄສະນາໂດຍສັງເຂບ ແລະ ລາຍລະອຽດ ເພື່ອຮັບປະກັນໃຫ້ຂ່າວຕະຫຼອດແຕ່ກ່ອນ, ໃນ ແລະ ພາຍຫຼັງກອງປະຊຸມໃຫຍ່.  ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼັກ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມສຸມທຸກແຫຼ່ງກຳລັງໃຫ້ແກ່ການໂຄສະນາຄັ້ງນີ້, ຮັບປະກັນຂໍ້ມູນຂ່າວທາງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຂໍ້ມູນຂ່າວທີ່ຊັດເຈນ, ໜ້າໄວ້ເນື້ອເຊື່ອໃຈ ແລະ ນຳພາ. ທ່ານກ່າວວ່າ:

ອີງໃສ່ເນື້ອໃນແຜນການແບ່ງໜ້າທີ່ວຽກງານເພື່ອຈັດຕັ້ງບັນດາຮູບການໂຄສະນາທີ່ເໝາະສົມມີປະສິດທິຜົນຮັບປະກັນໂຄສະນາຂ່າວທີ່ຊັດເຈນທັນການທັນເວລາ, ດ້ວຍຮູບການປະດິດຄິດສ້າງຂະຫຍັນຂັນເຄື່ອນອຸດົມສົມບູນສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈຄວາມຄາດຫວັງຕໍ່ອະນາຄົດອັນສົດໃສຂອງປະເທດຊາດນຳໃຊ້ບັນດາຮູບການສື່ມວນຊົນທີ່ທັນສະໄໝສັງລວມແຜ່ກະຈາຍຂ່າວຜ່ານຫຼາຍຮູບການສື່ມວນຊົນ,  ສື່ມວນຊົນດີຈີດອນ ແລະ ສື່ສັງຄົມອອນໄລ”.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top