• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນສິດທິມະນຸດຢູ່ ຫວຽດນາມ: ຄວາມຈິງເໜືອກ່ວາຄຳເວົ້າ

ນັກຂ່າວ Moises Perez Mok ໄດ້ຊີ້ແຈ້ງວ່າ: ບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ໄດ້ສັງເຂບກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ໃນທຸກຂົງເຂດນັບແຕ່ການກວດກາຄັ້ງກ່ອນ ແລະ ຫວຽດນາມ ກໍ່ໄດ້ກວດກາຢ່າງຮອບດ້ານກ່ຽວກັບການປະຕິບັດບັນດາຂໍ້ສະເໜີແນະທີ່ໄດ້ຮັບຮອງໃນຮອບວຽນທີ III ຂອງ UPR ໃນປີ 2019 ຮອດເດືອນ ມັງກອນ 2024.
ພາບປະກອບ

“ສິດທິມະນຸດຢູ່ ຫວຽດນາມ: ຄວາມຈິງເໜືອກ່ວາຄຳເວົ້າ” ແມ່ນຫົວຂໍ້ຂອງບົດຂຽນຂອງສຳນັກຂ່າວສານ ອາເມລິກາລາຕິນ Prensa Latina ເອົາລົງພິມໃນວັນທີ 5 ພຶດສະພາ. ໃນບົດຂຽນ, ນັກຂ່າວ Moises Perez Mok, ຫົວໜ້າອົງການຜູ້ຕາງໜ້າຂອງ Prensa Latina ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ: ບົດລາຍງານລະດັບຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຢູ່ ຫວຽດນາມ ຕາມບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ ລວມມີ: ບັນດາຄວາມກ້າວໜ້າທີ່ບໍ່ອາດປະຕິເສດໄດ້ໃນການປົກປ້ອງສິດທິມະນຸດໃຫ້ແກ່ທຸກໆຄົນ.

ນັກຂ່າວ Moises Perez Mok ໄດ້ຊີ້ແຈ້ງວ່າ: ບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ໄດ້ສັງເຂບກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ໃນທຸກຂົງເຂດນັບແຕ່ການກວດກາຄັ້ງກ່ອນ ແລະ ຫວຽດນາມ ກໍ່ໄດ້ກວດກາຢ່າງຮອບດ້ານກ່ຽວກັບການປະຕິບັດບັນດາຂໍ້ສະເໜີແນະທີ່ໄດ້ຮັບຮອງໃນຮອບວຽນທີ III ຂອງ UPR ໃນປີ 2019 ຮອດເດືອນ ມັງກອນ 2024. ນັກຂ່າວໄດ້ຄັດສະເໜີບົດລາຍງານຊີ້ແຈ້ງວ່າ ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາ, ກໍ່ຄືສິດໄດ້ສ້າງສະມາຄົມ, ເຊິ່ງແມ່ນບັນດາສິດໄດ້ກຳນົດນັບແຕ່ເມື່ອສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນປີ 1945 ແລະ ໄດ້ລະບຸໃນລັດຖະທຳມະນູນປີ 2013.

Prensa Latina ໄດ້ຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂດຍຢັ້ງຢືນ: ຫວຽດນາມ ບໍ່ປະລະຄວາມມານະພະຍາຍາມສ້າງສາສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top