• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ

ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

   

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕີລາຄາສູງໝາກຜົນຂອງການເຮັດວຽກລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ, ພ້ອມທັງຖືວ່າ ນີ້ແມ່ນກິດຈະກຳທີ່ແທດຈິງ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຣູມານີ ເວົ້າລວມ, ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ. ທ່ານສະເໜີໃຫ້ ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ, ສົມທົບກັນຜັນຂະຫຍາຍປະຕິບັດບັນດາກົນໄກຮ່ວມມືສອງຝ່າຍ, ໃນນັ້ນ, ມີການຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 17 ຢູ່ ຮ່າໂນ້ຍ ໃນໄວໆນີ້.

        ສ່ວນທ່ານ Eugen Neata ໃຫ້ຮູ້ວ່າ: ຜ່ານການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຄັ້ງນີ້, ຄະນະຈະຕັ້ງໜ້າສຶກສາກາລະໂອກາດຊຸກຍູ້ພັດທະນາການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

ແຫຼ່ງຄັດຈາກ VOV

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top