• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດ​ແໜ້ນ​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ພິ​ເສດ​ລະ​ຫວ່າງ​ສອງ​ແຂວງ ກວ໋າງ​ບິ່ງ ແລະ ຄຳ​ມ່ວນ

ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ ໄດ້ມອບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ. ບັນດາກິດຈະກຳໄດ້ຜັນຂະຫຍາຍປະຕິບັດດ້ວຍການຮ່ວມແຮງຮ່ວມໃຈ, ການໜູນຊ່ວຍຂອງກຳລັງທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ, ຜູ້ອຸປະຖຳ ແລະ ການປະກອບເຫື່ອແຮງຂອງປະຊາຊົນສອງຟາກຊາຍແດນ.
ພິທີເປີດນຳໃຊ້ ແລະ ມອບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ (ພາບ:TTXVN)

ຕອນເຊົ້າວັນທີ 22 ພະຈິກ, ຢູ່ກຸ່ມບ້ານ ຫຼັງຄັງ, ເມືອງ ບົວລະພາ, ແຂວງ ຄຳມ່ວນ, ຄະນະຜູ້ແທນແຂວງ ກວ໋າງບິ່ງ, ແຂວງຄຳມ່ວນ ພ້ອມດ້ວຍບັນດາຫົວໜ່ວຍອຸປະຖຳ ໄດ້ສົມທົບກັນຈັດພິທີມອບຂອງຂວັນ ແລະ ເປີດນຳໃຊ້, ມອບກິດຈະກຳພົນລະເຮືອນໃຫ້ອຳນາດການປົກຄອງ, ປະຊາຊົນກຸ່ມບ້ານ ຫຼັງຄັງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແຮກສ່ຽວກຸ່ມຊຸມຊົນລະຫວ່າງສອງຊາຍແດນ, ຜ່ານນັ້ນ ແນໃສ່ປະກອບສ່ວນສ້າງ ແລະ ປັບປຸງສາຍພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງເວົ້າລວມ ແລະ ອຳນາດການປົກຄອງປະຊາຊົນມີຊາຍແດນຕິດຈອດກັນເວົ້າສະເພາະ.

ທີ່ພິທີ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ ໄດ້ມອບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງໃຫຍ່ບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ. ບັນດາກິດຈະກຳໄດ້ຜັນຂະຫຍາຍປະຕິບັດດ້ວຍການຮ່ວມແຮງຮ່ວມໃຈ, ການໜູນຊ່ວຍຂອງກຳລັງທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ, ຜູ້ອຸປະຖຳ ແລະ ການປະກອບເຫື່ອແຮງຂອງປະຊາຊົນສອງຟາກຊາຍແດນ, ດ້ວຍມູນຄ່າທັງໝົດປະມານ 250 ລ້ານດົ່ງ (ກວ່າ 10.000 USD).

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top