• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນນ້ຳໃຈມິດຕະພາບ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ

      ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນຈະປຶກສາຫາລື ຮັບຮອງເອົາບົດລາຍງານ, ສະຫຼຸບຕີລາຄາການເຄື່ອນໄຫວຂອງ ສະມາຄົມໃນ 5 ປີຜ່ານມາ, ສະເໜີທິດທາງຂອງ ສະມາຄົມ ໃນອາຍຸການ 2021 – 2026, ກອງປະຊຸມໃຫຍ່ກໍ່ ເລີ່ມດຳເນີນການເລືອກຕັ້ງຄະນະບໍລິຫານງານສະມາຄົມ, ຄະນະປະຈຳ, ຄະນະກວດກາ ແລະ ບັນດາຕຳແໜ່ງທີ່ຫຼັກແຫຼ່ງຕ່າງໆຂອງ ສະມາຄົມ.
ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ຕອບສຳພາດຕໍ່ນັກຂ່າວ VOV
      ຕອນເຊົ້າວັນທີ 27 ຕຸລາ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 58,ຖະໜົນກວານຊື້, ຮ່າໂນ້ຍ, ຈະດຳເນີນກອງປະຊຸມໃຫຍ່ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4 ແບບທາງໄກ ແລະ ໂດຍກົງ. ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນຈະປຶກສາຫາລື ຮັບຮອງເອົາບົດລາຍງານ, ສະຫຼຸບຕີລາຄາການເຄື່ອນໄຫວຂອງ ສະມາຄົມໃນ 5 ປີຜ່ານມາ, ສະເໜີທິດທາງຂອງ ສະມາຄົມ ໃນອາຍຸການ 2021 – 2026, ກອງປະຊຸມໃຫຍ່ກໍ່ ເລີ່ມດຳເນີນການເລືອກຕັ້ງຄະນະບໍລິຫານງານສະມາຄົມ, ຄະນະປະຈຳ, ຄະນະກວດກາ ແລະ ບັນດາຕຳແໜ່ງທີ່ຫຼັກແຫຼ່ງຕ່າງໆຂອງ ສະມາຄົມ. ໃນອາຍຸການ 2015 – 2020, ຍ້ອນໂລກລະບາດໂຄວິດ - 19, ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ປະຊາຊົນເວົ້າລວມ ແລະ ການເຄື່ອນໄຫວຂອງ ສະມາຄົມຫວຽດນາມ - ອິນໂດເນເຊຍ ເວົ້າສະເພາະ ມີການປ່ຽນແປງຕາມວິທີການໃໝ່ ເໝາະສົມກັບທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ”. ສະມາຄົມມິດຕະພາບ ຫວຽດນາມ ອິນໂດເນເຊຍ ໄດ້ຕັ້ງໜ້າເຂົ້າຮ່ວມການເພີ່ມທະວີ, ປັບປຸງ, ການພົວພັນສາມັກຕີ, ມິດຕະພາບ, ຊຸກຍູ້ການຮ່ວມມື, ເປີດກວ້າງການພົບປະແລກປ່ຽນໃນຂອບເຂດໃໝ່ຂອງ ການພົວພັນຄູ່ຮ່ວມມືຍຸດທະສາດ. ສະມາຄົມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ສົມທົບ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຂອງ ສອງປະເທດ, ປະກອບສ່ວນເຂົ້າໃນການຍູ້ແຮງ ການຮ່ວມມື, ຍາດແຍ່ງທຸກແຫຼ່ງກຳລັງໃນການພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top