• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງອົງການທູຕານຸທູດ ຫວຽດນາມ ແລະ ລາວ

ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຍາມໃດກໍ່ສະໜັບສະໜູນ, ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານຄະນະກຳມະການຜູ້ປະສານງານ ອາຊຽນ ຢູ່ ເຊີແນວ ໃນປີ 2024.
ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ມາອວຍພອນຄະນະຜູ້ຕາງໜ້າ ລາວ (ພາບ: TTXVN)

ວັນທີ 13 ເມສາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າສາກົນ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ປະເທດ ສະວິດ, ໄດ້ມາອວຍພອນຄະນະຜູ້ຕາງໜ້າ ລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີ 2023 ຂອງ ລາວ (ພ.ສ 2566).

ຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ຢືນຢັນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຍາມໃດກໍ່ສະໜັບສະໜູນ, ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານຄະນະກຳມະການຜູ້ປະສານງານ ອາຊຽນ ຢູ່ ເຊີແນວ ໃນປີ 2024.

ສ່ວນທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ເຊີແນວ ລັດສະໜີ ແກ້ວມະນີ, ໄດ້ສະແດງຄວາມຊົມເຊີຍທີ່ ຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນໃນກອງປະຊຸມຊຸດທຳອິດໃນຖານະຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2023 – 2025. ທ່ານຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນຕຳແໜ່ງເປັນສະມາຊິກສະພາສິດທິມະນຸດໃນອາຍຸການນີ້.

ໃນວັນດຽວກັນ, ຢູ່ ອົດສະຕາລີ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ນຳໜ້າ ກໍ່ໄດ້ໄປສະຖານທູດ ລາວ ປະຈຳນະຄອນຫຼວງ Canberra ອວຍພອນບຸນປີໃໝ່ປະເພນີຂອງ ລາວ.

(ແຫຼ່ງຄັດຈາກ VOV)

ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ

ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ

ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດແລ້ວ, ດ້ວຍບັນດາມາດຖານດັ່ງກ່າວ, ຜູ້ຕິດພະຍາດໂຄວິດ-19 ແມ່ນນອນໃນກຸ່ມພະຍາດຕິດແປດກຸ່ມ B.

Top