• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ (ພາບ: VNA)​​​
ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ສູງ​ຕິດ​ພັນ​ກັ​ບ​ເປົ້າ​ໝາຍ​ປ່ອຍ​ອາຍ​ພິດ​ລົງເປັນ 0 ໄດ້ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຊອກ​ຫາ​ບັນ​ດາ​ຮູບ​ແບບ​ຫັນ​ປ່ຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ທັງ​ເໝ​າ​ະ​ສົມ​ກັບ​ເງື່ອນ​ໄຂ​ພັດ​ທະ​ນາ​ຂອງ​ແຕ່​ລ​ະ​ປະ​ເທດ. ນີ້​ແມ່ນ​ບັນ​ດາ​ຈຸດ​ສຸມ​ທີ່​ໄດ້​ວາງ​ອອກ​ຢູ່​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ ​ຄັ້ງ​ທີ 1 ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 10 ຕຸ​ລາ ຢູ່​ແຂວງ​ ຢາ​ລາຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050. ເພາະ​ສະ​ນັ້ນ, ຫວຽດ​ນາມ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶ​ນ​ທີ່​ສົມ​ເຫດ​ສົມ​ຜົນ, ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ ແລະ ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ ​ກຸຍ​ເຍີນ​ ຈະກາຍ​ເປັນ​ຂົວ​ຕໍ່​ລະ​ຫວ່າງວົງ​ການ​ວິ​ທະ​ຍາ​ສາດ, ນັກ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ຮ່ວມ​ມື​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສ້າງ​ເຄືອ​ຂ່າຍການ​ຮ່ວມ​ມືທີ່​ຍາວ​ນານ ລະ​ຫວ່າງບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ອົງ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ລະບົບສະຖາບັນການ​ເງິນ, ວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້ສິດອຳນາດ​ກົດ​ໝາຍ​ດ້ວຍ​ບັນ​ດາ​ການ​ກະ​ທຳ ແລະ ປະ​ກອບ​ສ່ວນ​ທີ່ແທດ​ຈິງ

ຫວຽດ​ນາມ ຊຸກ​ຍູ້ສິດອຳນາດ​ກົດ​ໝາຍ​ດ້ວຍ​ບັນ​ດາ​ການ​ກະ​ທຳ ແລະ ປະ​ກອບ​ສ່ວນ​ທີ່ແທດ​ຈິງ

ເມື່ອເນັ້ນ​ໜັກ​ເຖິງ​ຄວາມ​ສະ​ໜິດ​ຕະ​ພັນ​ຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ​ສິດອຳນາດກົດ​ໝາຍ​ຢູ່​ລະ​ດັບ​ສາ​ກົນ ແລະ ລະ​ດັບ​ຊາດ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ ​ແບ່ງ​ປັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ການປະຕິຮູບວຽກ​ງານ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ຮອບ​ດ້າ

Top