• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ​ອວຍ​ພອນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ

ພະມະຫາອາຈານ ທິກແທັງຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຢັ້ງຢືນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມສືບຕໍ່ຊີ້ນຳພະສົງສຳມະເນນ ແລະ ພຸດທະສາສະນິກກະຊົນປະຕິບັດຕາມບັນດາຄຳສັ່ງຂອງພັກ ແລະ ລັດ, ປະກອບສ່ວນຊຸກຍູ້ເສດຖະກິດ, ການເຕີບໂຕ ແລະ ຮັບປະກັນການຊ່ວຍໜູນສັງຄົມ.

 ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP)

ອວຍພອນສູນກາງສະມາຄົມພຸດທະສາສະໜາຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນທັງໝົດ ໃນການຕ້ອນຮັບວັນບຸນວິສາຂະບູຊາ, ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ຢັ້ງຢືນວ່າ ວັນບຸນວິສາຂະບູຊາບໍ່ພຽງແຕ່ແມ່ນເຫດການສາສະໜາສຳຄັນໃນຊີວິດດ້ານຈິດໃຈ ແລະ ການເຫຼື້ອມໃສ ຂອງປະຊາຊົນເຊື່ອຖືສາສະໜາພຸດຢູ່ ຫວຽດນາມເທົ່ານັ້ນ ຫາກຍັງແມ່ນວັນບຸນວັດທະນະທຳສາສະໜາຂອງໂລກທີ່ໄດ້ຮັບຮອງຈາກສະມັດຊາໃຫຍ່ສປຊ ແຕ່ປີ 1999, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສ້າງສັນຕິພາບ ແລະ ຄວາມຜາສຸກຂອງມວນມະນຸດອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top