• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງຮ​ວ່າ​ບິ່ງ ອວຍ​ພອນ​ປີ​ໃໝ່ພໍ່​ແມ່​ພີ​ນ້ອງຊາວພຸດຂະ​ແມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 .

ຕອນເຊົ້າວັນທີ 7 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ໄດ້ໄປຢ້ຽມຢາມ ວັດ Chantarangsay ແລະ ອວຍພອນປີໃໝ່ພະສົງສຳມະເນນ, ພຸດທະສາສາສະນິກກະຊົນ ຊາວເຜົ່າຂະແມ ຢູ່ເມືອງ 3, ນະຄອນ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ຮັກສາມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ  ແລະ ສາມັກຄີໃນສາສະໜາ. ກໍໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ມອບຂອງຂວັນປີໃໝ່ເກືອບ 100 ພູດ ໃຫ້ພະສົງສຳມະນາ, ພຸດທະສາສະນິກກະຊົນຂອງ ວັດ Chantarangsayນັກສຶກສາຊາວເຜົ່າຂະແມ ແລະ ທັງນັກສຶກສາ ລາວ, ກຳປູເຈຍ  ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top