• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຊີ້​ນຳ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ເຫດເຮືອທ່ອງ​ທ່ຽວ​ລົ້ມຢູ່​ອ່າວ ຮະ​ລອງ

ວັນທີ 19 ກໍລະກົດ, ພາຍຫຼັງໄດ້ຮັບຂ່າວວ່າ ເຮືອທ່ອງທ່ຽວລົ້ມຢູ່ເຂດເກາະ ຕີຕົບ, ແຂວງ ກວ໋າງນິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ລົງຊີ້ນຳວຽກງານກູ້ໄພກູ້ຊີບໂດຍກົງຢູ່ພື້ນທີ່ເກີດເຫດ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ລົງຊີນຳວຽກງານກູ້ໄພກູ້ຊີບໂດຍກົງຢູ່ ຮະລອງ (ພາບ: VGP)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ເປົ້າໝາຍສູງສຸດແມ່ນພະຍາຍາມຊອກຫາໄວທີ່ສຸດ ເພື່ອຫວັງວ່າ ຈະກູ້ຊີບໄດ້ຜູ້ຍັງມີຊີວິດຢູ່ ແລະ ຊອກຫາຊາກສົບຂອງຜູ້ປະສົບເຄາະຮ້າຍທັງໝົດ. ທ່ານຮອງນາຍົກລັດຖະມົນຕີ ກໍໃສ່ໃຈວ່າ ຢູ່ເຂດດິນຕໍ່ແຜ່ນ, ແຂວງ ກວ໋າງນິງ ຕ້ອງກະກຽມຕ້ອນຮັບຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍມາຮັບຊາກສົບຂອງພີ່ນ້ອງຕົນ; ດຳເນີນບັນດາບັ້ນເຄື່ອນໄຫວລະດົມກຳລັງໃຈ, ຢື້ຢາມຖາມຂ່າວ, ເບິ່ງແຍງໃຫ້ແກ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ.

ພາຍຫຼັງຄວາມມານະພະຍາຍາມຂອງກຳລັງເຈົ້າໜ້າທີ່, ໃນເວລາ 2 ໂມງ 02 ນາທີ່ຂອງວັນທີ 20 ກໍລະກົດ, ເຮືອທ່ອງທ່ຽວ ວິ້ງແຊງ 58 ໝາຍເລກ QN-7105 ໄດ້ຮັບການຍົກຂຶ້ນຈາກນ້ຳ ແລະ ນຳເຂົ້າຝັ່ງ ເພື່ອໃຫ້ບັນດາອົງການເຈົ້າໜ້າທີ່ມີຄວາມຮັບຜິດຊອບສືບຕໍ່ສືບສວນ. ຮອດຈຸດເວລາປັດຈຸບັນ, ຜູ້ປະສົບເຄາະຮ້າຍທີ່ໄດ້ຮັບການຊອກຫາກູ້ໄພກູ້ຊີບ ແມ່ນ 47 ຄົນ. ໃນນັ້ນ ມີຜູ້ເສຍຊີວິດ 37 ຄົນ ແລະ 10 ຄົນໄດ້ຮັບການກູ້ເອົາຊີວິດ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

Top