• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເຮັດວຽກຢູ່ແຂວງ ຮ່າຢາງ

ທີ່ການເຮັດວຽກ, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ ແຂວງ ຮ່າຢາງ ໄດ້ສ້າງສຳເລັດ ແລະ ລື່ນກາຍບັນດາມາດຖານ, ເປົ້າໝາຍຂອງໂຄງການໄດ້ວາງອອກ.
ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ການເຮັດວຽກ

ວັນທີ 7 ກໍລະກົດ, ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ນຳໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາຂອງສະພາແຫ່ງຊາດ, ໄດ້ເຮັດວຽກກັບແຂວງ ຮ່າຢາງ ກ່ຽວກັບ “ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດ ພູດອຍ ໄລຍະ 2021 - 2030”. ທີ່ການເຮັດວຽກ, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ ແຂວງ ຮ່າຢາງ ໄດ້ສ້າງສຳເລັດ ແລະ ລື່ນກາຍບັນດາມາດຖານ, ເປົ້າໝາຍຂອງໂຄງການໄດ້ວາງອອກ. ແຂວງ ຮ່າຢາງ ໄດ້ລະດົມແຫຼ່ງກຳລັງລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ; ອະນຸລັກຮັກສາມູນເຊື້ອວັດທະນະທຳຂອງປະຊາຊົນບັນດາເຜົ່າ; ແນະນຳ, ໜູນຊ່ວຍປະຊາຊົນລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ສຳຜັດກັບຄວາມອະລິຍາທຳ ເພື່ອເຊື່ອມຕົວກັບປະຊາຄົມ, ສັງຄົມ… ປະກອບສ່ວນປັບປຸງຊີວິດຂອງປະຊາຊົນບັນດາເຜົ່າເທື່ອລະກ້າວ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top