• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຕ້ອນຮັບປະທານອົງການກວດສອບແຫ່ງລັດລາວ

      ທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດລາວ, ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ. 

ທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ,
ປະທານອົງການກວດສອບແຫ່ງລັດລາວ
      ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ອວຍພອນໃຫ້ອົງການກວດສອບແຫ່ງລັດ ລາວ ຮັບຜິດຊອບບົດບາດເປັນປະທານຂອງ ASEANSAI (ບັນດາອົງການກວດສອບສູງສຸດ ພາກພື້ນອາຊີຕາເວັນອອກສ່ຽງໃຕ້) ໄລຍະແຕ່ເດືອນ ພະຈິກ 2017 -  ພະຈິກ 2019; ພ້ອມທັງສະເໜີໃຫ້ 2 ອົງການກວດສອບແຫ່ງລັດ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງກອງປະຊຸມໃຫຍ່ ASEANSAI ໃນເດືອນ ພະຈິກ ຢູ່ລາວ ແລະ ກອງປະຊຸມໃຫຍ່ ASOSAI (ກອງປະຊຸມໃຫຍ່ຂອງອົງການບັນດາອົງການກວດສອບສູງສຸດອາຊີ) ຄັ້ງທີ 14 ໃນເດືອນ ກັນຍາ 2018 ຢູ່ ຫວຽດນາມ. ສ່ວນທ່ານນາງ ວຽງທອງ ສີພັນດອນ ຫວັງວ່າ ອົງການກວດສອບແຫ່ງລັດ ຫວຽດນາມ ຈະ ສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ລາວ ໃນການເຄື່ອນໄຫວສົມທົບລະຫວ່າງຂະແໜງກວດສອບບັນດາປະເທດໃນພາກພື້ນ ອາຊຽນ ກໍ່ຄືພາກພື້ນ ອາຊີ. ໄລຍະຈະມາເຖິງ, ທ່ານນາງ ວຽງທອງ ສີພັນດອນ ປາດຖະໜາວ່າ 2 ຝ່າຍເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ອົງການ; ເຫັນດີເປັນເອກະພາບກຳນົດທິດການຮ່ວມມື, ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນນັກຊ່ຽວຊານ, ຈັດຕັ້ງການບຳລຸງໃຫ້ພະນັກງານກວດສອບຂອງ ລາວ ຢູ່ ຫວຽດນາມ ແລະ ຢູ່ລາວ ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top