• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດອວງຈູລິວຕ້ອນຮັບກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາລາຊະອານາຈັກອັງກິດແລະອຽກລັງເໜືອ

      ຕອນບ່າຍວັນທີ 02 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມລັດຖະສະພາລະຫວ່າງພັກທີ່ສົນໃຈຕໍ່ຫວຽດນາມ , ຫົວໜ້າກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາແຫ່ງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Wayne David ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດອວງຈູລິວ ຕ້ອນຮັບກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາລາຊະອານາຈັກອັງກິດ
ອຽກລັງເໜືອ. 
(ພາບ: quochoi.vn)
      ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີວ່າ ໃນໄລຍະຈະມາເຖິງ 2 ປະເທດຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ - ບຳລຸງສ້າງ, ຊ່ວຍນັກສຶກສາຫວຽດນາມ ມີເງື່ອນໄຂສຳພັດກັບລະບົບການສຶກສາຂອງອັງກິດ. ຊົມເຊີຍໝາກຜົນການເຈລະຈາລະຫວ່າງຄະນະ ກັບກຳມາທິການການຕ່າງປະເທດ, ບັນດາກຳມາທິການອື່ນຂອງສະພາແຫ່ງຊາດ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ອັງກິດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ສະໜັບສະໜູນ 2 ອົງການນິຕິບັນຍັດເພີ່ມທະວີການຮ່ວມມືຮອບດ້ານ, ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ບັນດາກຸ່ມສະມາຊິກລັດຖະສະພາ ເພື່ອແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນການເຄື່ອນໄຫວລັດຖະສະພາ.
        ສ່ວນທ່ານ Wayne David ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງກ່ຽວກັບເລື່ອງທ່ານປະທານປະເທດເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແລະ 2 ມື້ກ່ອນນີ້ແມ່ນທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ. ທ່ານ Wayne David ສະເໜີໃຫ້ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດກວ່າອີກ, ຜ່ານນັ້ນນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
 (ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top