• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກປະເທດຊາດ ຫວຽດນາມ ໄດ້, ແມ່ນແຫຼ່ງກຳລັງສຳຄັນໃຫ້ແກ່ການພັດທະນາ, ວັດທະນາຖາວອນຂອງປະເທດຊາດ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສະວິດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 29 ຢູ່ ສະວິດ, ຕອນບ່າຍວັນທີ 05 ກໍລະກົດ, ທີ່ນະຄອນຫລວງ Bern, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສະວິດ, ຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ, ບັນດາສະມາຊິກຄະນະບໍລິຫານງານສະມາຄົມມິດຕະພາບ ສະວິດ - ຫວຽດນາມ ແລະ ບັນດາຜູ້ຕາງໜ້າດີເດັ່ນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ບັນດາການເຄື່ອນໄຫວຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ, ປະກອບສ່ວນຮັກສາ, ປັບປຸງຄວາມສາມັກຄີ, ຄວາມຜູກພັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນປະຊາຄົມຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເພື່ອພ້ອມກັນສ້າງສະຖຽນລະພາບ, ການພັດທະນາຢູ່ປະເທດ ສະວິດ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກປະເທດຊາດ ຫວຽດນາມ ໄດ້, ແມ່ນແຫຼ່ງກຳລັງສຳຄັນໃຫ້ແກ່ການພັດທະນາ, ວັດທະນາຖາວອນຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top