• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການ

ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖາໜາຢາກປົກປັກຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ພັກ, ລັດຖະບານ ແລະ ປະຊາຊົນ ສປປ.ເກົາຫຼີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong Ho

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ໄປຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ ປີ 2019.ໃນການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນໄດ້ດຳເນີນການພົບປະເຈລະຈາຄັ້ງຕ່າງໆກັບການນຳ ສປປ.ເກົາຫຼີ ຫຼາຍທ່ານ.

ໃນການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong Ho, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມພ້ອມກັບ ສປປ.ເກົາຫຼີ ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືໃນຫຼາຍຂົງເຂດເພື່ອໃຫ້ເໝາະສົມກັບຄວາມສະມາດບົ່ມຊ້ອມ, ຜົນປະໂຫຍດ ແລະ ຂໍ້ກຳນົດຂອງແຕ່ລະປະເທດກໍ່ຄືຂອງສາກົນ, ເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ສປປ.ເກົາຫຼີ ກ່ຽວກັບປະສົບການໃນການສ້າງສາປະເທດຊາດ, ການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງສາກົນບົນພື້ນຖານບັນດາຂໍ້ສະເໜີຂອງ ສປປ.ເກົາຫຼີ.

ທີ່ການພົບປະເຈລະຈາກັບທ່ານຮອງປະທານຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະສາກົນພັກແຮງງານ ສປປ.ເກົາຫຼີ Ri Su Yong, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ໄດ້ຢັ້ງຢືນວ່າ ບົນພື້ນຖານການປະຕິບັດຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນຕ່າງປະເທດ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖາໜາຢາກປົກປັກຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ພັກ, ລັດຖະບານ ແລະ ປະຊາຊົນ ສປປ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top