• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ​າ​ຊ​ຽນ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ຕົວ​ເມື​ອງ​ອັດ​ສະ​ລິ​ຍະ

ທ່ານ ເລຂາທິການໃຫຍ່ ອາຊຽນ ຍົກອອກ 3 ບຸລິມະສິດສຳຄັນເພື່ອຂຸດຄົ້ນບັນດາຕົວເມືອງອັດສະລິຍະໄດ້ຢ່າງຄົບຖ້ວນ, ໃນນັ້ນລວມມີການລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ມາດຕະການເຕັກນິກດີຈີຕອນ, ພ້ອມທັງພັດທະນານະຄອນອັດສະລິຍະທີ່ມີລັກສະນະກວມລວມ.

 ກອງປະຊຸມຂັ້ນສູງເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ - ຍີ່ປຸ່ນ ຄັ້ງທີ 2 (ພາບ: baochinhphu.vn)

ໃນກອງປະຊຸມຂັ້ນສູງເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ - ຍີ່ປຸ່ນ ຄັ້ງທີ 2 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນວັນທີ 16 ທັນວາ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງການນຳພາ ແລະ ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນຖານະເປັນປະທານເຄືອຂ່າຍບັນດານະຄອນອັດສະລິຍະ ອາຊຽນ (ASCN) ປີ 2020 ໃນການຊຸກຍູ້ບັນດາຄວາມມານະພະຍາຍາມພັດທະນານະຄອນອັດສະລິຍະ; ພ້ອມກັນນັ້ນ ກໍຕີລາຄາສູງຕໍ່ຄວາມຢຶດໝັ້ນສະໜັບສະໜູນຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມືນະຄອນອັດສະລິຍະລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ. ທ່ານ ເລຂາທິການໃຫຍ່ ອາຊຽນ ຍົກອອກ 3 ບຸລິມະສິດສຳຄັນເພື່ອຂຸດຄົ້ນບັນດາຕົວເມືອງອັດສະລິຍະໄດ້ຢ່າງຄົບຖ້ວນ, ໃນນັ້ນລວມມີການລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ມາດຕະການເຕັກນິກດີຈີຕອນ, ພ້ອມທັງພັດທະນານະຄອນອັດສະລິຍະທີ່ມີລັກສະນະກວມລວມ.

        ນະທີ່ນີ້, ບັນດາຝ່າຍໄດ້ແລກປ່ຽນກ່ຽວກັບແຜນການເຄື່ອນໄຫວເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກໃນການກໍ່ສ້າງ ແລະ ພັດທະນາຕົວເມືອງອັດສະລິຍະ; ປຶກສາຫາລືກ່ຽວກັບບັນດາມາດຕະການທີ່ມີຄວາມເປັນໄປເພື່ອຮັບມືກັບບັນດາສິ່ງທ້າທາຍໃນຕົວຈິງ; ສ້າງກາລະໂອກາດເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງ ສະມາຄົມ ຍີ່ປຸ່ນ ກ່ຽວກັບ ຕົວເມືອງອັດສະລິຍະໃນພາກພື້ນ ອາຊຽນ…; ນຳສະເໜີບັນດາກົນໄກ ແລະ ການກະທຳລະອຽດ ເພື່ອຮັກສາການເຊື່ອມຕໍ່ ແລະ ການຮ່ວມມື.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top