• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່

ໃນທ້າຍອາທິດຜ່ານມາ, ແຂວງ ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວປະມານ 160.000 ເທື່ອຄົນ ມາຢ້ຽມຊົມບັນດາທັດສະນີຍະພາບ, ເຂດປູສະນີຍະສະຖານ ໃນບໍລິເວນແຂວງ.
  ບັນດາສະຖານທີ່ທ່ອງທ່ຽວຢູ່ ກ໋ວາງນິງ (ພາບ: VOV)  

ໂດຍສະເພາະອ່າວຮະລອງໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 53.000 ເທື່ອຄົນ, ເຊິ່ງແມ່ນຈຳນວນຫຼາຍທີ່ສຸດນັບແຕ່ເວລາເປີດປະຕູການທ່ອງທ່ຽວຄືນໃໝ່ (15 ມິນາ) ແລະ ເກືອບເທົ່າກັບລະດັບກ່ອນເກີດພະຍາດໂຄວິດ - 19. ບັນດາສະຖານທີ່ຄື: ຫໍພິພິທະພັນ, ເຂດປູສະນີຍະສະຖານ ອຽນຕື, ເຂດຫຼະລິ້ນບັນເທິງໃນບໍລິເວນລ້ວນແຕ່ມີແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ຂາຍ ເປັນຈຳນວນຫຼາຍ. ທ່ານ ຈິ້ງດັ່ງແທັງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

ຄວາມສາມາດບົ່ມຊ້ອນເພື່ອພັດທະນາບັນດາຜະລິດຕະພັນການທ່ອງທ່ຽວຢູ່ອ່າວຮະລອງຍັງມີຢູ່. ຍ້ອນວ່າ ປັດຈຸບັນແຂກທ່ອງທ່ຽວມາຢາມແຂວງກ໋ວາງນິງ ສ່ວນຫຼາຍໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ ແລະ ຖ້ຳ. ບັນດາຜະລິດຕະພັນທ່ອງທ່ຽວກ່ຽວກັບການອາບນ້ຳທະເລຍັງບໍ່ທັນໄດ້ເສີມຂະຫຍາຍ ແລະ ນັບທັງການທ່ອງທ່ຽວກິລາຜະຈົນໄພ ແລະ ວັດທະນະທຳປະຊາຄົມຍັງບໍ່ທັນໄດ້ເລີ່ມຕົ້ນຄືນໃໝ່. ໃນໄລຍະຈະມາເຖິງ, ພວກເຮົາພ້ອມກັບຄະນະຄຸ້ມຄອງອ່າວຮະລອງຈະຄົ້ນຄ້ວາ, ສ້າງບັນດາແຜນການເພື່ອຮັບປະກັນ ອ່າວຮະລອງພັດທະນາແບບຍືນຍົງ .

ໃນປີນີ້, ແຂວງກ໋ວາງນິງ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 10 ລ້ານເທື່ອຄົນ. ໄລ່ຮອດຈຸດເວລານີ້, ແຂວງກ໋ວາງນິງໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 5 ລ້ານເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top