• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ່າງເກັບນ້ຳເຂື່ອນໄຟຟ້າຂອງລາວແຕກ:ມີປະຊາຊົນນັບສີບໆຄົນຖືກເສຍຊີວິດ

      ໃນເວລາ 20 ໂມງ ຂອງວັນທີ 23 ກໍລະກົດ, ອ່າງເກັບນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ ເມືອງ ສະຫນາມໄຊ ແຂວງ ອັດຕະປື ຖືກແຕກ ເຮັດໃຫ້ 10 ບ້ານຢູ່ເມືອງ ສະຫນາມໄຊຖືກຜົນສະທ້ອນຢ່າງຫນັກຫນ່ວງ ໃນນັ້ນ ມີ 5 ບ້ານຖືກນ້ຳຖ້ວມ, ສົ່ງຜົນສະທ້ອນເຖິງ 1.300 ຄອບຄົວ. 
       ຕາມແຫລ່ງຂ່າວໃນເບື້ອງຕົ້ນໃຫ້ຮູ້ວ່າ: ເຫດອ່າງເກັບນ້ຳແຕກໄດ້ເຮັດໃຫ້ 100 ຄົນຖືກຫາຍສາບສູນ. ປະຈຸບັນ ກຳລັງກູ້ໄພກູ້ຊີບຊອກໄດ້ສາກສົບຂອງ 28 ຄົນ ແລະ ພວມສືບຕໍ່ຊອກຫາ. ຮອດຕອນເຊົ້າວັນທີ 24 ກໍລະກົດ, ສະພາບນ້ຳຖ້ວມຢູ່ເມືອງ ສະຫນາມໄຊ ຍັງຢູ່ໃນລະດັບ 15 ແມັດ. ອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມທຸກພາກສ່ວນກ່ຽວຂ້ອງເພື່ອຊອກຫາຜູ້ຖືກຫາຍສາບສູນ.
ເຂື່ອນເຊປຽນ-ເຊນ້ຳນ້ອຍຕັ້ງຢູ່ພູພຽງ ບໍລິເວນເຂດເມືອງປາກຊ່ອງ ແຂວງ ຈຳປາສັກ ຕໍ່ໃສ່ຊາຍແດນ ແຂວງອັດຕະປື  ເລີ່ມດຳເນີນການກໍ່ສ້າງນັບແຕ່ທ້າຍປີ 2013 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ ສຳ ເລັດໃນຕົ້ນປີ 2019 .
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top