• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດ​ສະ​ຕາ​ລີ ແລະ ລາວ ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ເນື່ອງໃນໂອກາດກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ (1974 – 2024), ພວມດຳເນີນຢູ່ນະຄອນ Melbourne (ອົດສະຕາລີ), ວັນທີ 06 ມີນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ລົງນາມໃນຂໍ້ຕົກລົງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ການພົວພັນຄູ່ຮ່ວມມືຮອບດ້ານ ອົດສະຕາລີ - ລາວ ຈະຊຸກຍູ້ການພົວພັນສອງຝ່າຍໃນ 4 ເສົາຄ້ຳ, ເຊິ່ງສ່ອງແສງບັນດາບຸລິມະສິດລວມຂອງ 2 ປະເທດໃນອະນາຄົດ, ເຊິ່ງລວມມີ: ມະນຸດ, ການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ; ເສດຖະກິດ, ການຄ້າ ແລະ ການລົງທຶນ; ດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ; ການປ້ອງກັນຊາດ ແລະ ການປະຕິບັດກົດໝາຍ. ຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ຂອງ ອົດສະຕາລີ ຮອດປີ 2040 ໄດ້ກຳນົດ ກະສິກຳ, ອາຫານ, ຊັບພະຍາກອນທຳມະຊາດ ແລະ ພະລັງງານສີຂຽວ ແມ່ນບັນດາຂົງເຂດມີກຳລັງບົ່ມຊ້ອນຕົ້ນຕໍໃຫ້ແກ່ວິສາຫະກິດ ອົດສະຕາລີ ຢູ່ລາວ.  ການພົວພັນຄູ່ຮ່ວມມືຮອບດ້ານ ກໍຈະໜູນຊ່ວຍລາວພັດທະນາແບບຍືນຍົງໃນບັນດາຂົງເຂດນີ້ຢ່າງສຸດຂີດ.   

ທ່ານນາຍົກລັດຖະມົນຕີ Albanese ກໍແຈ້ງໃຫ້ຊາບວ່າ ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະໜອງເງິນ 3 ລ້ານ AUD (ເກືອບ 2 ລ້ານ USD) ໃຫ້ແກ່ “ໂຄງການຍຸງໂລກ” ຂອງມະຫາວິທະຍາໄລ Monash (ອົດສະຕາລີ) ເພື່ອລົບລ້າງພະຍາດໄຂ້ເລືອດອອກຢູ່ລາວ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top